ປະທານສະພາແຫ່ງຊາດຫງວຽນທິກິມເງິນເຮັດວຽກກັບການນຳເມືອງກົນດາວ,ແຂວງບ່າເຣີ້ຍ-ວູ້ງເຕົ່າ

(VOVWORLD) - ໃນການຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງກົນດາວ, ແຂວງ ບ່າເຣີ້ຍ - ວູ້ງເຕົ່າ. ຕອນບ່າຍວັນທີ 15 ກໍລະກົດ
ປະທານສະພາແຫ່ງຊາດຫງວຽນທິກິມເງິນເຮັດວຽກກັບການນຳເມືອງກົນດາວ,ແຂວງບ່າເຣີ້ຍ-ວູ້ງເຕົ່າ - ảnh 1 (ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ທີ່ການເຮັດວຽກ)

ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ພ້ອມກັບຄະນະປະຕິບັດງານຂອງສະພາແຫ່ງຊາດໄດ້ຢ້ຽມຢາມ ແລະ ເຮັດວຽກກັບການນຳແຂວງ ບ່າເຣີ້ຍ - ວູ້ງເຕົ່າ ແລະ ເມືອງ ກົນດາວ ກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມ ໃນບໍລິເວນເມືອງ. ຢູ່ທີ່ນີ້, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ຕີລາຄາສູງບັນດາມາດຖານດ້ານເສດຖະກິດ - ສັງຄົມຂອງເມືອງ ກົນດາວ ທີ່ບັນລຸໄດ້ໃນໄລຍະຜ່ານມາ ເຊິ່ງສ່ວນຫຼາຍແມ່ນລື່ນກາຍຄາດໝາຍເມື່ອທຽບໃສ່ແຜນການທີ່ໄດ້ວາງອອກ. ພິເສດ, ກົນດາວ ແມ່ນເມືອງປະຕິບັດນະໂຍບາຍ, ກົດໝາຍກ່ຽວກັບຜູ້ທີ່ມີຄຸນງາມຄວາມດີ, ຄອບຄົວນະໂຍບາຍເປັນຢ່າງດີ… ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ສະເໜີໃຫ້ອົງຄະນະພັກ, ອຳນາດການປົກຄອງເມືອງ ກົນດາວ ຍົກສູງນ້ຳໃຈສາມັກຄີ, ຕັດສິນໃຈປະຕິບັດມະຕິກ່ຽວກັບການພັດທະນາເສດຖະກິດ, ສັງຄົມຂອງແຂວງ ບ່າເຣີ້ຍ - ວູ້ງເຕົ່າ, ມີມາດຕະການແກ້ໄຂເພື່ອຍົກສູງຄຸນນະພາບການສຶກສາ, ເບິ່ງແຍງດູແລສຸຂະພາບ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງຢູ່ກັບທີ ເພື່ອນຳກົນດາວ ໃຫ້ກາຍເປັນຈຸດພົ້ນເດັ່ນກ່ຽວກັບດ້ານທ່ອງທ່ຽວຂອງທົ່ວປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ