ປະທານສະພາແຫ່ງຊາດຫງວຽນທິກິມເງິນເຮັດວຽກຢູ່ແຂວງບິ່ງທ້ວນ

(VOVWORLD) -ຕອນເຊົ້າວັນທີ 16 ມີນາ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ມີການເຮັດວຽກກັບການນຳແຂວງບິ່ງທ້ວນ ເພື່ອແນໃສ່ປະຕິບັດພາລະບົດບາດຕິດຕາມກວດກາຂອງສະພາແຫ່ງຊາດ ກ່ຽວກັບສະພາບການພັດທະນາເສດຖະກິດ, ສັງຄົມ ຢູ່ທ້ອງຖິ່ນ.

ປະທານສະພາແຫ່ງຊາດຫງວຽນທິກິມເງິນເຮັດວຽກຢູ່ແຂວງບິ່ງທ້ວນ - ảnh 1 ທ່ານນາງປະທານສະພາແຫ່ງຊາດຫງວຽນທິກິມເງິນ ເຮັດວຽກຢູ່ແຂວງບິ່ງທ້ວນ

(ພາບ: qdnd.vn)

ທ່ານນາງ ຫງວຽນທິກິມເງິນ ໃຫ້ຮູ້ວ່າ, ຄະນະປະຕິບັດງານ ໄດ້ຕິດຕາມກວດກາໝາກຜົນແຫ່ງການປະຕິບັດບັນດາເປົ້າໝາຍພັດທະນາຂອງແຂວງຢ່າງແໜ້ນແຟ້ນ, ຕິດຕາມກວດກາບັນດາໄພກໍ່ມົນລະພິດຕໍ່ສິ່ງແວດລ້ອມຢູ່ບັນດາເຂດຂຸດຄົ້ນແຮ່ທາດ, ຕິດຕາມກວດກາການຮັບປະກັນຊີວິດສັງຄົມ, ວຽກງານປົກປັກຮັກສາເຂດຊາຍແດນ…

        ກ່ອນໜ້ານັ້ນ, ຕອນບ່າຍວັນທີ 15 ມີນາ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ແມ່ຫວຽດນາມ ວິລະຊົນ ບາງຄົນໃນບໍລິເວນແຂວງ.

ຕອບກັບ

ຂ່າວ/ບົດ​ອື່ນ