ປະທານສະພາແຫ່ງຊາດຫວຽດນາມ Nguyen Sinh Hung ໃຫ້ການຕ້ອນຮັບປະທານ Raul Castro Ruz

ປະທານສະພາແຫ່ງຊາດຫວຽດນາມ Nguyen Sinh Hung ໃຫ້ການຕ້ອນຮັບປະທານ Raul Castro Ruz - ảnh 1
ທ່ານປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ Nguyen Sinh Hung ​​
ຕ້ອນຮັບທ່ານ​ພົນ​ເອກ Raul Castro Ruz
( ພາບ:nguyensinhhung.net )


( vovworld ) ຕອນ​ເຊົ້າວັນ​ທີ 9/7, ຢູ່​ຮ່າ​ໂນ້ຍ, ທ່ານປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ Nguyen Sinh Hung ​​ໄດ້ໃຫ້ການ​ຕ້ອນຮັບທ່ານ​ພົນ​ເອກ Raul Castro Ruz, ເລຂາ​ທີ 1 ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ກູ​ຍບາ, ປະທານ​ສະພາ​ແຫ່ງ​ລັດ ​ແລະ ສະພາ​ລັດຖະມົນຕີ ສ.​ກູ​ຍບາ ພວມ​ຢູ່ຢ້ຽມຢາມ​ສັນຖະວະ​ໄມຕີ​ຫວຽດນາມ ຢ່າງ​ເປັນ​ທາງ​ການ. ທ່ານປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ Nguyen Sinh Hung ​​ໄດ້ສະ​ແດງ​ໃຫ້​ເຫັນ​ຄວາມ​ເຊື່ອໝັ້ນວ່າ, ການ​ຢ້ຽມຢາມຫວຽດນາມ ​ຄັ້ງນີ້ຈະ​ປະກອບສ່ວນ​ເພີ່ມ​ທະວີ​ສາຍ​ພົວພັນ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ​ພິ​ເສດ​ລະຫວ່າງ​ສອງ​ຊາດ, ສອງ​ປະ​ເທດ​ຫວຽດນາມ-​ກູ​ຍບາ. ທ່ານປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ Nguyen Sinh Hung ​​ຢືນຢັນ​ວ່າ, ຍາມ​ໃດ, ພັກ, ລັດ ​ແລະ ປະຊາຊົນ​ຫວຽດນາມ ກໍ່​ສະໜັບສະໜູນ​ພາລະກິດ​ການ​ປະຕິວັດ​ຂອງ​ກູ​ຍບາ ​ແລະ ປາດ​ຖະໜາ​ຢາກ​ໃຫ້​ກູຍ​ບາ​ ມີ​ການ​ພັດທະນາ​ຢ່າງຮອບດ້ານ. ທ່ານປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ Nguyen Sinh Hung ​​​ໃຫ້​ຮູ້​ວ່າ, ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໄດ້​ສ້າງຕັ້ງກຸ່ມ​ສະມາຊິກ​ສະພາ​ແຫ່ງ​ຊາດ​ມິດຕະພາບ​ຫວຽດນາມ-​ກູ​ຍບາ ​ແລ້ວ. ສະພາ​ແຫ່ງ​ຊາດ​ຫວຽດນາມ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ພ້ອມ​ກັບ​ສະພາ​ແຫ່ງ​ຊາດ​ກູຍ​ບາ ​ເພີ່ມ​ພູນ​ຄູນ​ສ້າງ​ໃຫ້​ນ້ຳ​ໃຈ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ໃຫ້​ນັບ​ມື້​ນັບ​ເລິກ​ເຊິ່ງຂຶ້ນ​ຕື່ມ, ​ເພື່ອ​ແນ​ໃສ່​ນຳ​ການ​ພົວພັນ​ຮ່ວມ​ມືລະຫວ່າງ​ສອງ​ປະ​ເທດ​ນັບ​ມື້​ນັບ​ພັດທະນາ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່.

   ທ່ານ​ປະທານ Raul Castro Ruz​ ໄດ້​ແຈ້ງ​ໃຫ້ທ່ານປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ Nguyen Sinh Hung ​​ຊາບ​ກ່ຽວ​ກັບ​ໝາກຜົນ​ການ​ເຈລະຈາ​ກັບ​ທ່ານ​ເລຂາທິການ​ໃຫ່ຍຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກກອມ​ມູນິດ​ຫວຽດນາມ Nguyen Phu Trong, ບັນດາ​ການ​ພົບ​ປະ​ກັບ​ທ່ານ​ປະທານ​ປະ​ເທດ Truong Tan Sang ​ແລະ ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung. ສອງ​ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ບັນດາ​ການ​ກຳນົດ​ທິດ​ທີ່​ສຳຄັນ, ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ພັກ, ສອງ​ລັດ​ໃນ​ຫຼາຍ​ຂົງ​ເຂດ​ເສດຖະກິດ-​ສັງຄົມ. ສອງ​ຝ່າຍ​ກໍ່​ໄດ້​ແລກປ່ຽນ​ບັນດາ​ບັນຫາ​ສາກົນ​ຊື່​ງຕ່າງ​ຝ່າຍ​ຕ່າງ​ກໍ່​ມີ​ຄວາມ​ສົນ​ໃຈ ​ໂດຍ​ສະ​ເພາະ​ແມ່ນ​ບັນຫາ​ວິ​ກິດ​ການ, ການ​ຊຸດ​ໂຊມ​ເສດຖະກິດ​ທົ່ວ​ໂລກ.

ປະທານສະພາແຫ່ງຊາດຫວຽດນາມ Nguyen Sinh Hung ໃຫ້ການຕ້ອນຮັບປະທານ Raul Castro Ruz - ảnh 2

( ປະທານ​ປະ​ເທດ Truong Tan Sang ​ແລະ ​ປະທານRaul Castro Ruz )

   ກ່ອນ​ໜ້ານັ້ນ,    ທ່ານ​ປະທານ Raul Castro Ruz ​ໄດ້​ໄປ​ວາງ​ພວງມາລາ, ​ເຂົ້າຢ້ຽມ​ຂ່ຳນັບ​ສຸສານ​ປະທານ​ໂຮ່ຈິ​ມິນ ​ແລະ ວາງ​ພວງມາລາຢູ່​ອະນຸສາວະລີບັນດາ ​ນັກ​ວິລະ​ຊົນ ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ.

ຂ່າວ/ບົດ​ອື່ນ