ປະທານສະພາແຫ່ງຊາດຫວຽດນາມ ຕ້ອນຮັບ ເລຂາທິການໃຫຍ່ ສະຫະພັນລັດຖະສະພາສາກົນ

ປະທານສະພາແຫ່ງຊາດຫວຽດນາມ ຕ້ອນຮັບ ເລຂາທິການໃຫຍ່ ສະຫະພັນລັດຖະສະພາສາກົນ - ảnh 1
ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ ຫງວຽນ​ຊິງ​ຮຸ່ງ
ຕ້ອນຮັບ​ທ່ານ​ເລຂາທິການ​​ໃຫຍ່ IPU, Anders B.Johnsson
(ພາບ: TTXVN)


(vovworld) - ສະພາ​ແຫ່ງ​ຊາດ​ຫວຽດນາມ ​ມີ​ຄວາມ​ຕັດສິນ​ໃຈ​ທາງ​ດ້ານ​ການ​ເມືອງສຸງສຸດ, ​ເພື່ອ​ຕອບ​ສະໜອງ​ບັນດາ​ຄວາມ​ຮຽກຮ້ອງ​ຕ້ອງການ​ທີ່​ໄດ້​ວາງ​ອອກ; ມານະ​ພະຍາຍາມ​ເປັນ​ເຈົ້າພາບ​ ​ແລະ ຈັດ​ຕັ້ງ​ກອງ​ປະຊຸມ​ໃຫຍ່ສະຫະພັນລັດຖະສະພາ​ສາກົນ (IPU) ຢູ່​ຫວຽດນາມ ​ໃນ​ປີ 2015. ນັ້ນ​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ​ໃນ​ການ​ຕ້ອນຮັບ​ທ່ານ​ເລຂາທິການ​​ໃຫຍ່ IPU, Anders B.Johnsson ​ໃນ​ຕອນ​ເຊົ້າ​ວັນ​ທີ 20/02. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫງວຽນ​ຊິງ​ຮຸ່ງ ຊີ້​ແຈ້ງວ່າ; ຫວຽດນາມ ​ໄດ້​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ ​ແລະ ຈັດ​ຕັ້ງ​ຫຼາຍ​ເຫດການ​ສາກົນ​ໃຫຍ່ສຳ​ເລັດຄື​ ການ​ເຄື່ອນ​ໄຫວ​ຕ່າງໆ​ໃນ​ຂອບ​ເຂດ​ເວທີ​ປາ​ໄສ​ຮ່ວມ​ມືດ້ານ​ເສດຖະກິດອາຊີ - ປາຊີ​ຝີ​ກ (APEC), ​ເວທີ​ປາ​ໄສ​ຮ່ວມ​ມື​ອາຊີ - ​ເອີ​ລົບ (ASEM) ​ແລະ ບັນດາ​ການ​ເຄື່ອນ​ໄຫວໃນ​ຂອບ​ເຂດການ​ຮ່ວມ​ມື​ອາ​ຊຽນ... ດ້ວຍ​ຄວາມ​ຫວັງ​ໄດ້​ປະກອບສ່ວນ​ຢ່າງ​ແທດ​ຈິງ​ເຂົ້າ​ໃນ​ບັນດາ​ຄວາມ​ມານະ​ພະຍາຍາມ ​ແລະ ການ​ພັດທະນາ​ຂອງ IPU, ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໄດ້​ສະ​ເໜີ​ໄດ້​ເປັນ​ເຈົ້າພາບ​ຈັດ​ຕັ້ງກອງ​ປະຊຸມ​ໃຫຍ່​ສະພາ IPU ​ໃນ​ປີ 2015 ​ຢ່າງເປັນ​ທາງ​ການ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫງວຽນ​ຊິງ​ຮຸ່ງ ​ໃຫ້​ຮູ້​ວ່າ ຫວຽດນາມ ພວມ​ຕັ້ງ​ໜ້າ​ສຳ​ເລັດ​ບັນດາວິທີການ​ກະກຽມພື້ນ​ຖານ​ດ້ານ​ວັດຖຸ, ​ຊັບພະຍາກອນ​ມະນຸດ, ອຸປະກອນ​ຮັບ​ໃຊ້​ໃຫ້​ແກ່​ການຈັດ​ຕັ້ງ​ເຫດການ​ສຳຄັນ​ນີ້ ​ເພື່ອ​ສົ່ງ​ໃຫ້​ຄະນະ​ເລຂາ IPU ພິຈາລະນາ ​ແລະ ອະນຸມັດ​ຜ່ານ.

        ສ່ວນ​ທ່ານ​ເລຂາທິການ​ໃຫຍ່ IPU, Anders B.Johnsson ​ເຊື່ອ​ໝັ້ນ​ວ່າ, ດ້ວຍ​ຄວາມ​ສາມາດ ​ແລະ ​ເງື່ອນ​ໄຂ​ຂອງ​ຕົນ, ຫວຽດນາມ ຈະ​ຈັດ​ຕັ້ງ​​ເຫດການສາກົນ​ພິ​ເສດ​ນີ້ສຳ​ເລັດຜົນ.

ຂ່າວ/ບົດ​ອື່ນ