ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ທິ​ກິມ​ເງິນ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 45 ປີ ແຫ່ງວັນ​ມູນ​ເຊື້ອ​ໂຮງ​ໝໍ​ເສ​ນາ​ຮັກ 175

(VOVWORLD) -  ຕອນເຊົ້າວັນທີ 29 ທັນວາ, ໂຮງໝໍເສນາຮັກ 175, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຈັດຕັ້ງພິທີຮັບນາມມະຍົດ ວິລະຊົນກຳລັງປະກອບອາວຸດປະຊາຊົນ ຄັ້ງທີ 2 ແລະ ສະເຫຼີມສະຫຼອງວັນມູນເຊື້ອຄົບຮອບ 45 ປິ (1975 – 2020).
ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ທິ​ກິມ​ເງິນ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 45 ປີ ແຫ່ງວັນ​ມູນ​ເຊື້ອ​ໂຮງ​ໝໍ​ເສ​ນາ​ຮັກ 175 - ảnh 1ພິທີຮັບນາມມະຍົດ ວິລະຊົນກຳລັງປະກອບອາວຸດປະຊາຊົນ ຄັ້ງທີ 2 (ພາບ: TTXVN)

ກ່າວຄຳເຫັນນະທີ່ນີ້, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ສະເໜີໃຫ້ໂຮງໝໍເສນາຮັກ 175 ຈົ່ງສືບຕໍ່ໝູນໃຊ້ຢ່າງມີຫົວຄິດປະດິດສ້າງ ເພື່ອເປັນເຈົ້າທາງດ້ານການເງິນເທື່ອລະກ້າວ ໃນລະບົບໂຮງໝໍເສນາຮັກ. ກໍ່ສ້າງຖັນແຖວສະມາຊິກພັກ, ພະນັກງານ, ນັກຮົບ ໃຫ້ມີຄຸນນະທາດໝັ້ນແກ່ນ, ມີຄຸນສົມບັດຈັນຍາບັນ, ມີລະດັບຄວາມຮູ້ດ້ານວິຊາຊີບສູງ ແລະ ຊຳນານງານ, ເພື່ອກຽມພ້ອມຮັບທຸກໜ້າທີ່ທີ່ໄດ້ຮັບການມອບໝາຍ; ສືບຕໍ່ຍົກສູງຄຸນນະພາບການບໍລິການຮັບໃຊ້ຄົນເຈັບ; ປະຕິບັດວຽກງານເສນາຮັກເປັນຢ່າງດີ; ພັດທະນາວິທະຍາສາດເຕັກນິກ, ເຕັກໂນໂລຢີສູງ, ສ້າງກົມກອງໃຫ້ໝັ້ນຄົງເຂັ້ມແຂງຢ່າງຮອບດ້ານ. ຜ່ານນັ້ນ ນຳໂຮງໝໍກາຍເປັນສູນສາທາລະນະສຸກຫຼາຍຂະແໜງທັນສະໄໝຂອງພາກພື້ນ.

        “ທາງໂຮງໝໍຕ້ອງສືບຕໍ່ຖືຄົນເຈັບເປັນໃຈກາງ, ຍົກສູງຄຸນນະພາບການຄຸ້ມຄອງໂຮງໝໍ, ກຽມພ້ອມຮັບມື ແລະ ແກ້ໄຂບັນດາກໍລະນີສຸກເສີນໃຫ້ເປັນຢ່າງດີ, ປະຕິບັດສຳເລັດທຸກໜ້າທີ່ທີ່ໄດ້ຮັບການມອບໝາຍ. ຜ່ານນັ້ນຂະແໜງສາທາລະນະສຸກຂອງປະເທດຊາດພັດທະນາແບບຍືນຍົງໃນທ່າອ່ຽງເຊື່ອມໂຍງເຂົ້າກັບສາກົນ”.

ຕອບກັບ

ຂ່າວ/ບົດ​ອື່ນ