ປະ​ທານ​ສະ​ພາ​ແຫ່ງ​ຊາດຫ​ວຽດ​ນາມ ເວືອງ​ດິ່ງ​ເຫ້ວ ພົບ​ປະກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ນະ​ຄອນ​ຫາຍ​ຝ່ອງ

(VOVWORLD) -ຕອນເຊົ້າວັນທີ 29 ກັນຍາ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ  ແລະ ຄະນະສະມາຊິກສະພາແຫ່ງຊາດ ນະຄອນຫາຍຝ່ອງ ໄດ້ພົບປະກັບຜູ້ມີສິດເລືອກຕັ້ງເມືອງ ຖູຍງວຽນ, ນະຄອນ ຫ໋າຍຝ່ອງ, ກ່ອນດຳເນີນກອງປະຊຸມຄັ້ງທີ 4, ສະພາແຫ່ງຊາດຊຸດທີ XV. 
ປະ​ທານ​ສະ​ພາ​ແຫ່ງ​ຊາດຫ​ວຽດ​ນາມ ເວືອງ​ດິ່ງ​ເຫ້ວ ພົບ​ປະກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ນະ​ຄອນ​ຫາຍ​ຝ່ອງ - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ກ່າວຄຳເຫັນທີ່ການພົບປະ

ທີ່ການພົບປະ, ບັນດາຜູ້ມີສິດເລືອກຕັ້ງ ຂອງເມືອງ ຖູຍງວຽນ, ນະຄອນຫາຍຝ່ອງ ໄດ້ສະແດງຄວາມເຊື່ອໝັ້ນ, ຄວາມປິຕິຊົມຊືນຕໍ່ຜົນສຳເລັດໃນການພັດທະນາຂອງປະເທດຊາດ, ຕໍ່ການຊີ້ນຳນຳພາຂອງພັກ, ສະພາແຫ່ງຊາດ, ລັດຖະບານ ເພື່ອບັນລຸໄດ້ບັນດາໝາກຜົນທີ່ເປັນໜ້າຮັບຮູ້ໃນໄລຍະປະສົບກັບຄວາມຫຍຸ້ງຍາກຈາກພະຍາດໂຄວິດ - 19. ສະພາແຫ່ງຊາດ ໄດ້ມີບັນດາລັດຖະນະນະໂຍບາຍຢ່າງທັນການ, ເໝາະສົມເພື່ອແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ປະຊາຊົນ ແລະ ວິສາຫະກິດ. ທ່ານກ່າວວ່າ:

ໃນລະບົບກົດໝາຍຕ້ອງຮັບປະກັນທັງ ຮູບແບບ ແລະ ເນື້ອໃນ. ກ່ຽວກັບຮູບແບບຕ້ອງມີລັກສະນະເປັນເອກະພາບ, ຄົບຊຸດ, ຄົບຖ້ວນ, ເປີດເຜີຍ, ໂປງໄສ, ມີສະຖຽນລະພາບ, ມີຄວາມເປັນໄປໄດ້ສູງຂອງລະບົບກົດໝາຍ. ເນື້ອໃນຕິດແທດຕົວຈິງ, ຮັບປະກັນຄວາມຕ້ອງການຂອງການສ້າງສາ, ພັດທະນາ ແລະ ຍູ້ແຮງການເຊື່ອມໂຍງເຂົ້າກັບສາກົນ. ສະພາແຫ່ງຊາດກໍ່ມີຫຼາຍວິທີການແກ້ໄຂເພື່ອປະຕິບັດ ໃນນັ້ນ ມີການນຳໃຊ້ບັນຍາປະດິດ ເພື່ອກວດກາຄືນເອກະສານນິຕິກຳ

ທີ່ການຕ້ອນຮັບ, ທ່ານ ປະທານສະພາແຫ່ງຊາດ ກໍ່ໃຫ້ຮູ້ວ່າ: ປີ 2023, ສະພາແຫ່ງຊາດ ຈະມີຫົວເລື່ອງຕິດຕາມກວດກາສູງສຸດ ກ່ຽວກັບລະບົບການແພດຮາກຖານ, ການແພດປ້ອງກັນ, ສືບຕໍ່ຕີລາຄາຂົງເຂດນີ້ໃນໄລຍະຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ