ປະທານສະພາແຫ່ງຊາດຫວຽດນາມພົບປະສັງສັນກັບບັນດາສະມາຊິກສະພາແຫ່ງຊາດສະເພາະກິດຜ່ານໄລຍະຕ່າງໆ

ປະທານສະພາແຫ່ງຊາດຫວຽດນາມພົບປະສັງສັນກັບບັນດາສະມາຊິກສະພາແຫ່ງຊາດສະເພາະກິດຜ່ານໄລຍະຕ່າງໆ - ảnh 1
(ພິທີ​ພົບ​ປະ​ສັງ​ສັນ​​ລະຫວ່າງ​ການ​ນຳ​ສະພາ​ແຫ່ງ​ຊາດ​ກັບ​ບັນດາຜູ້​ແທນ​
ຊຶ່ງອະດີດ​ເປັນ​ສະມາຊິກ​ສະພາ​ແຫ່ງ​ຊາດ​ສະ​ເພາະ​ກິດ​ຜ່ານ​ໄລຍະ​ຕ່າງໆ)

(vovworld) - ​ ​ເນື່ອງ​ໃນ​ໂອກາດ​ບຸນປີ​ໃໝ່​ປະຈຳ​ຊາດ​ປີວ​ອກ 2016, ຕອນ​ເຊົ້າ​ວັນ​ທີ 01/02 ຢູ່​ຮ່າ​ໂນ້ຍ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ ຫວຽດນາມ ຈັດ​ຕັ້ງພິທີ​ພົບ​ປະ​ສັງ​ສັນ​​ລະຫວ່າງ​ການ​ນຳ​ສະພາ​ແຫ່ງ​ຊາດ​ກັບ​ບັນດາຜູ້​ແທນ​ ຊຶ່ງອະດີດ​ເປັນ​ສະມາຊິກ​ສະພາ​ແຫ່ງ​ຊາດ​ສະ​ເພາະ​ກິດ​ຜ່ານ​ໄລຍະ​ຕ່າງໆ. ນະ​ທີ່​ນີ້, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ຊີ້​ແຈ້ງວ່າ: ສະພາ​ແຫ່ງ​ຊາດ​ຊຸດ​ທີ 12 ​ໄດ້ ​ແລະ ພວມ​ສືບ​ທອດ​ບັນດາ​ຜົນງານ​ທີ່ຍິ່ງ​ໃຫຍ່​ຂອງ​ບັນດາ​ການ​ນຳ, ສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ກ່ອນໆ ​ເພື່ອ​ປ່ຽນ​ໃໝ່ຢ່າງ​ບໍ່​ຢຸດ​ຢັ້ງ, ຍົກ​ສູງ​ປະສິດ​ທິຜົນ​ການ​ເຄື່ອນ​ໄຫວ​ຂອງ​ອົງການມີສິດ​ອຳນາດ​ແຫ່ງ​ລັດ​ສູງ​ສຸດ​ ​. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ຫວັງ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດຜູ້​ອາວຸ​ໂສ​ສືບ​ຕໍ່​ເອົາ​ໃຈ​ໃສ່, ປະກອບກຳລັງ​ເຫື່ອ​ແຮງ, ສະຕິ​ປັນຍາ, ບົດຮຽນ​ຂອງ​ຕົນ, ພ້ອມ​ກັບ​ຄະນະ​ການ​ນຳ​ສະພາ​ແຫ່ງ​ຊາດ ສູ້​ຊົນ​ຍົກ​ສູງ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ​ຍິ່ງກ່ວາ​ອີກ, ຕອບ​ສະໜອງຄວາມ​ມຸ່ງມາດ​ປາດ​ຖະໜາ ກໍ່​ຄື​ຄວາມ​ເຊື່ອ​ໝັ້ນ​ຂອງ​ພັກ ​ແລ​ະ ຜູ້​ມີ​ສິດ​ເລືອກ​ຕັ້ງ​ໃນທົ່ວ​ປະ​ເທດ.

 

ຂ່າວ/ບົດ​ອື່ນ