ປະທານສະພາແຫ່ງຊາດຫວຽດນາມສິ້ນການຢ້ຽມຢາມຈີນຢ່າງຈົບງາມ

ປະທານສະພາແຫ່ງຊາດຫວຽດນາມສິ້ນການຢ້ຽມຢາມຈີນຢ່າງຈົບງາມ - ảnh 1
(ທ່າ​ນປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ຊິງ​ຮຸ່ງ
ແລະ ທ່ານເລຂາທິການໃຫຍ່ ປະທານປະເທດ ຈີນ ສີຈິ້ນຜິງ)

(vovworld) – ​ ຕອນ​ທ່ຽງ​ວັນ​ທີ 27/12, ທ່າ​ນປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ໄດ້ກັບມາ​ເຖິງ ຮ່າ​ໂນ້ຍ ສິ້ນ​ສຸດ​ການ​ຢ້ຽມຢາມ​ສັນທະ​ວະ​ໄມຕີ ຈີນ ຢ່າງ​ຈົບງາມ ຢ່າງ​ເປັນ​ທາງ​ການ. ດ້ວຍ​ບັນດາ​ການ​ພົບ​ປະ, ​​ເຈລະຈາຕ່າງໆ, ການ​ຢ້ຽມຢາມ​​ໄດ້ປະກອບສ່ວນ​ຢ່າງຕັ້ງໜ້າ​ເຂົ້າ​ໃນ​ການ​ປັບປຸງ​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ຫວຽດນາມ - ຈີນ, ພິ​ເສດ​ໃນ​ການ​ເຄື່ອນ​ໄຫວນິຕິບັນ​ຍັດ, ​ແລກປ່ຽນ​ການ​ຄ້າ ​ແລະ ຕົ້ນຕໍ​ແມ່ນ​ຊຸກຍູ້​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ. ​ໂດຍ​ຜ່ານ​ບັນດາ​ການ​ພົບ​ປະ, ​ເຈລະຈາ ​ແລະ ​ແລກປ່ຽນ​ຄຳ​ຄິດ​ຄຳ​ເຫັນລະຫວ່າງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນຊິງ​ຮຸ່ງ ພ້ອມ​ກັບ​ບັນດາ​ການ​ນຳ​ພັກ, ລັດ ​ແລະ ສະພາ​ແຫ່ງ​ຊາດ ຈີນ ຢ່າງ​ກົງ​ໄປ​ກົງ​ມາ, 2 ຝ່າຍ​ບັນລຸ​ໄດ້​ຄວາມ​ຮູ້ລວມທີ່​ຫລາຍ​ຢ່າງ​ກ່ຽວ​ກັບທິດ​ທາງ, ມາດ​ຕະການ​ໃຫຍ່ ຊຸກຍູ້​ການ​ພົວພັນ 2 ປະ​ເທດ​ພັດທະນາ​ເປັນ​ປົກກະຕິ, ປອດ​ໃສ ​ແລະ ໝັ້ນຄົງ​ໃນ​ໄລຍະ​ຈະ​ມາ​ເຖິງ.

        ໝາກຜົນ​ຈະແຈ້ງ​ສຸດ​ຂອງ​ການ​ຢ້ຽມຢາມ​ຄັ້ງ​ນີ້​ແມ່ນ​ການ​ນຳ​ຂັ້ນ​ສູງ 2 ປະ​ເທດ ບັນລຸ​ໄດ້​ຄວາມ​ຮັບຮູ້​ລວມ ​ແລະ ​ເຫັນ​ດີ​ຖື​ເປັນ​ສຳຄັນ​ນ້ຳ​ໃຈ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ຊຶ່ງ​ປະທານ​​ ​ໂຮ່ຈີ​ມິນ ​ແລະ ປະທານ ມາວ​ເຈີ໋ດົງ ແລະ ບັນດາ​ການ​ນຳ​ລຸ່ນກ່ອນຂອງ 2 ປະ​ເທດ​ໄດ້​ເພີ່ມ​ພູນ​ຄູນ​ສ້າງ. ຈຸດ​ພົ້ນ​ເດັ່ນ​ຂອງ​ການ​ຢ້ຽມຢາມ​ນີ້ ​ແມ່ນ​ເປັນ​ຄັ້ງ​ທຳ​ອິດ​ທີ່ປະທານ​ສະພາ​ແຫ່ງ​ຊາດ 2 ທ່ານ​ໄດ້​ລົງ​ນາມ​​ໃນຂໍ້​ຕົກລົງ​ຮ່ວມ​ມື ​ເປັນ​ພື້ນ​ຖານນິຕິ​ກຳ​​ເພື່ອຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື 2 ຝ່າຍ ​ແລະ ຫລາຍ​ຝ່າຍ​ລະຫວ່າງ​ອົງການ​ນິຕິ​ບັນຍັດ 2 ປະ​ເທດ. ພິ​ເສດ​ໃນ​ການ​ຢ້ຽມຢາມ​ນີ້, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ໄດ້​ແລກປ່ຽນ​ຄຳ​ເຫັນ​ກັບ​ການ​ນຳ​ພັກ, ລັດ ​ແລະ ສະພາ​ແຫ່ງ​ຊາດ ຈີນ​ ກ່ຽວ​ກັບ​ຄວາມ​ບໍ່​ລົງ​ລອຍກັນ ​ແລະ ທັດສະນະທີ່​ແຕກ​ຕ່າງ​ກັນ​ໃນ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ​ຢ່າງ​ກົງ​ໄປ​ກົງ​ມາ.

        ພ້ອມ​ກັບ​ການ​ພົວພັນ​ດ້ານ​ການ​ເມືອງ​ອັນ​ດີງາມນັ້ນ, ການ​ຮ່ວມ​ມື​ເສດຖະກິດ - ການ​ຄ້າ, ການ​ລົງທຶນ ກໍ່​ໄດ້ຖືກ​ເຕື້ອງ​ເຖິງ​ໃນ​ການ​ຢ້ຽມຢາມ​ຄັ້ງ​ນີ້​ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ.

        ການ​ຢ້ຽມຢາມ​ສັນທະ​ວະ​ໄມຕີ ຈີນ ຢ່າງ​ເປັນ​ທາງ​ການ ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນຊິງ​ຮຸ່ງ ບໍ່ພຽງ​ແຕ່​ເປັນ​ການປຶກສາ​ຫາລື​ການ​ຮ່ວມ​ມື​ລະ​ຫວ່າງ 2 ອົງການ​ນິຕິບັນຍັດ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ການປະກອບສ່ວນປັບປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ. ການ​ຢ້ຽມ​ຢາມ​ຍິ່ງ​ມີຄວາມ​ໝາຍ​​ກ່ວາ​ ​ຂະນະ​ທີ່​ຖືກ​ດຳ​ເນີນ​​​​ໄປ​ກົງ​ກັບໂອກາດ 2 ປະ​ເທດຈັດ​ຕັ້ງສະ​ເຫຼີມ​ສະຫຼອງ 65 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ.

 


ຂ່າວ/ບົດ​ອື່ນ