ປະທານສະພາແຫ່ງຊາດຫວຽດນາມເຂົ້າຮ່ວມວາລະປະຊຸມຄະນະບໍລິຫານງານAIPAຢູ່ມຽນມາ

ປະທານສະພາແຫ່ງຊາດຫວຽດນາມເຂົ້າຮ່ວມວາລະປະຊຸມຄະນະບໍລິຫານງານAIPAຢູ່ມຽນມາ - ảnh 1
ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ທິກີ​ມ​ເງິນ
​ເປັນ​ຫົວ​ໜ້າ​ຄະນະ​ເຂົ້າ​ຮ່ວມ AIPA – 37
(ພາບ: TTXVN)

(vovworld) - ຕອນ​ເຊົ້າ​ວັນ​ທີ 30/09 ຢູ່​ນະຄອນຫລວງ Nay Pyi Taw ມຽນມາ, ​ດຳ​ເນີນ​ລາ​ວະ​ປະຊຸມ​ຄະນະ​ບໍລິຫານ​ງານ​ສະມັດຊາ​ລັດຖະສະພາ​ລະຫວ່າງ​ຊາດ ອາ​ຊຽນ (AIPA). ວາລະ​ປະຊຸມ​ເປີດ​ສາກ​ໃຫ້​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ AIPA ຄັ້ງ​ທີ 37 (AIPA - 37) ​ໂດຍ ມຽນມາ ​ເປັນ​ປະ​ເທດ​ເຈົ້າພາບ​ຈັດ​ຕັ້ງ. ​ເຂົ້າ​ຮ່ວມ​ມີ 10 ຄະນະ​ຜູ້​​ແທນ​ລັດຖະສະພາ​ຂອງ​ບັນ​ດາ​ປະ​ເທດ​ເປັນສະມາຊິກ AIPA ລວມມີ: ບຣຸ​ໄນ, ກຳປູ​ເຈຍ, ອິນ​ໂດ​ເນ​ເຊຍ, ລາວ, ມາ​ເລ​ເຊຍ, ຟີ​ລີບ​ປິນ, ສິງກະ​ໂປ, ມຽນມາ, ​ໄທ ​ແລະ ຫວຽດນາມ. ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ໂດຍ​ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ທິກີ​ມ​ເງິນ ​ເປັນ​ຫົວ​ໜ້າ​ຄະນະ​ເຂົ້າ​ຮ່ວມ AIPA – 37.

        ​ເປີດ​ສາກ​ວາລະ​ປະຊຸມ, ປະທານ AIPA – 36 ທ່ານ​ປະທານ​ສະພາ​ຕ່ຳ ມາ​ເລ​ເຊຍ Tan Sri Datuk Seri Pandikar Amin Bin Haji Mulia ມອບ​​ໂອນ​ຖານະ​ຕຳ​ແໜ່​ງປະທານ AIPA ​ໃຫ້ ທ່ານ Mahn Win Khai Than ​ປະທານ​ສະພາ​ແຫ່ງ​ຊາດ ປະທານ​ສະພາ​ສູງ ມຽນມາ. ຫລັງ​ຈາກ​ນັ້ນ ທ່ານ Mahn Win Khai Than ປະທານ AIPA – 37, ປະທານ​ສະພາ​ແຫ່ງ​ຊາດ, ປະທານ​ສະພາ​ສູງ ມຽນມາ ​ເປັນ​ປະທານ​ວາລະ​ປະຊຸມ​ຄະນະ​ບໍລິຫານ​ງານ AIPA. ຄະນະບໍລິ​ຫານ​ງານ​ໄດ້​ພິຈາລະນາ​ເລື່ອງ​ແຕ່ງ​ຕັ້ງທ່າ​ນ Raneo E.Abu ຮອງ​ປະທານ​ສະພາ​ຕ່ຳ ຟີ​ລີບ​ປິນ ຫົວໜ້າ​ຄະນະ​ສະມາຊິກ​ລັດຖະສະພາ ຟີ​ລີບ​ປິນ ​ເຂົ້າ​ຮ່ວມ AIPA – 37 ​ເປັນ​ຮອງ​ປະທານ​ຄະນະ​ບໍລິຫານ​ງານ AIPA – 37.ຄະນະ​ບໍລິຫານ​ງານ AIPA ກໍ່​ໄດ້​ພິຈາລະນາ ​ແລະ ຮັບຮອງ​ເອົາ​​ໂຄງ​ການ​ເຄື່ອນ​ໄຫວ ​ແລະ ​ໂຄງການ​ດຳ​ເນີນ​ງານຂອງ AIPA – 37, ​ໃນ​ນັ້ນ ມີ​ຫົວ​ເລື່ອງ​ບັນດາ​ວາລະ​ປະຊຸມ​ຂອງ​ຄະນະ​ກຳມາ​ທິການ​ຕ່າງໆ​ຂອງ AIPA; ພິຈາລະນາ​ໄລຍະ​ເວລາ​ຈັດ​ຕັ້ງ AIPA – 38 ​ແລະ ຫລາຍ​ບັນຫາ​ສຳຄັນ​ອື່ນໆ​.

ຂ່າວ/ບົດ​ອື່ນ