ປະທານສະພາແຫ່ງຊາດເຂົ້າຮ່ວມການກວດກາຄັ້ງສຸດທ້າຍວຽກງານກະກຽມພິທີໄຂກອງປະຊຸມ APPF-26

(VOVWORLD) - ກອງປະຊຸມ APPF – 26 ຈະຕ້ອນຮັບຄະນະຜູ້ແທນລັດຖະສະພາທີ່ມາຈາກ 22 ປະເທດໃນພາກພື້ນ ອາຊີ - ປາຊີຟິກ ເຂົ້າຮ່ວມດ້ວຍຜູ້ແທນປະມານ 330 ທ່ານ.
ປະທານສະພາແຫ່ງຊາດເຂົ້າຮ່ວມການກວດກາຄັ້ງສຸດທ້າຍວຽກງານກະກຽມພິທີໄຂກອງປະຊຸມ APPF-26 - ảnh 1 ທ່ານນາງປະທານສະພາແຫ່ງຊາດຫງວຽນທິກິມເງິນ ເຂົ້າຮ່ວມການກວດກາພິທີໄຂກອງປະຊຸມ APPF – 26 

ຕອນບ່າຍວັນທີ 16 ມັງກອນ, ທີ່ສຳນັກງານສະພາແຫ່ງຊາດ ຫວຽດນາມ, ທ່ານນາງປະທານສະພາແຫ່ງຊາດ, ປະທານ APPF – 26 ຫງວຽນທິກິມເງິນ ແລະ ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫົວໜ້າຄະນະຈັດຕັ້ງ APPF – 26 ຕ່ອງທິຟ໋ອງ ເຂົ້າຮ່ວມການກວດກາຄັ້ງສຸດທ້າຍວຽກງານກະກຽມພິທີໄຂກອງປະຊຸມປະຈຳປີເວທີປາໄສລັດຖະສະພາບັນດາປະເທດ ອາຊີ - ປາຊີຟິກ ຄັ້ງທີ 26. ກອງປະຊຸມ APPF – 26 ຈະຕ້ອນຮັບຄະນະຜູ້ແທນລັດຖະສະພາທີ່ມາຈາກ 22 ປະເທດໃນພາກພື້ນ ອາຊີ - ປາຊີຟິກ ເຂົ້າຮ່ວມດ້ວຍຜູ້ແທນປະມານ 330 ທ່ານ.

        ພາຍຫລັງການກວດກາພິທີໄຂດັ່ງກ່າວ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ແລະ ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຕ່ອງທິຟ໋ອງ ໄດ້ກວດກາບັນດາວຽກງານກະກຽມໃຫ້ພິທີໄຂຢູ່ສຳນັກງານສະພາແຫ່ງຊາດ. ມາຮອດປັດຈຸບັນ, ທຸກວຽກງານກະກຽມໃຫ້ພິທີໄຂ ແລະ ວາລະປະຊຸມຕ່າງໆໃນໂຄງການດຳເນີນງານຂອງ APPF – 26 ໄດ້ສຳເລັດ. ສະພາແຫ່ງຊາດ ຫວຽດນາມ ພ້ອມແລ້ວທີ່ຈະຕ້ອນຮັບລັດຖະສະພາບັນດາປະເທດໃນພາກພື້ນເຂົ້າຮ່ວມກອງປະຊຸມ.

ຕອບກັບ

ຂ່າວ/ບົດ​ອື່ນ