ປະທານສະພາແຫ່ງຊາດເຂົ້າຮ່ວມພິທີສະເຫຼີມສະຫຼອງ70ປີແຫ່ງວັນສ້າງຕັ້ງສະພາກາແດງຫວຽດນາມ

ປະທານສະພາແຫ່ງຊາດເຂົ້າຮ່ວມພິທີສະເຫຼີມສະຫຼອງ70ປີແຫ່ງວັນສ້າງຕັ້ງສະພາກາແດງຫວຽດນາມ - ảnh 1
ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກີ​ມ​ເງິນ
ກ່າວ​ຄຳ​ເຫັນ​ທີ່​ພິທີ

(vovworld) – ​ຕອນ​ເຊົ້າ​ວັນ​ທີ 19/11 ທີ່​ຮ່າ​ໂນ້ຍ, ຖືກ​ດຳ​ເນີນ​ພິທີ​ສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສະພາກາ​ແດງ ຫວຽດນາມ ​ແລະ ພິທີ​ຮັບ​ຫຼຽນ​ໄຊ​ແຮງ​ງານ​ຊັ້ນ 2. ​ເຂົ້າ​ຮ່ວມ​ພິທີ​ມີ​ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກີ​ມ​ເງິນ ​ແລະ ບັນດາ​ການ​ນຳ​ຂັ້ນ​ສູງ​ອື່ນໆ. ສະພາກາ​ແດງ ຫວຽດນາມ ​ແມ່ນອົງການ​ມະນຸດ​ສະ​ທຳ​ແຫ່ງທຳ​ອິດ​ໄດ້​ສ້າງ​ຕັ້ງ​ໃນ​ວັນ​ທີ 23/11/1946, ​ໃມຕະຫລອດ​ໄລຍະ​ຜ່ານ​ມາ, ສະພາກາ​​ແດງ ​ໄດ້​ຈັດ​ຕັ້ງຂະ​ບວນການ, ບັນດາ​ການ​ຂົນຂວາຍ​ມະນຸດສະທຳ​ມີ​ລັກສະນະ​ແຜ່​ຂະຫຍາຍ, ສ້າງ​ຂີດ​ໝາຍຢ່າງ​ແຮງ​ໃນ​ສັງຄົມ, ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຍ້ອງຍໍ​ບັນດາ​ການ​ອຸທິດ​ສ່ວນ​ດີ​ເດັ່ນ​ຂອງ​ພະນັງານ, ສະມາຊິກ​ສະພາກາ​ແດງ, ຜູ້​ອາສາ​ສະໝັກ, ຊາວ​ໜຸ່ມ​ເຍົາວະ​ຊົນ​ສະພາກາ​ແດງ​ທົ່ວ​ປະ​ເທດທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກີ​ມ​ເງິນ​ ​ເນັ້ນ​ໜັກ​ວ່າ:

        “ສືບ​ຕໍ່​ປ່ຽນ​​ໃໝ່​ຢ່າງ​ແຮງ​ກ່ຽວ​ກັບ​ການ​ຈັດ​ຕັ້ງ, ​ເນື້ອ​ໃນ, ພິທີການ​ເຄື່ອນ​ໄຫວ​ຂອງ​ສະພາ​ກາ​ແດງ, ທິດ​ທາງ​ເຄື່ອນ​ໄຫວ​ຂອງ​ສະພາກາ​ແດງ​ສຳລັບ​ຂັ້ນ​ຮາກ​ຖານ. ​ໃນ​ນັ້ນ ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ຂອງ​ພະນັກງານທຸ​ກຂັ້ນ, ກໍ່ສ້າງ​ຖັນ​ແຖວ​ພະນັກງານ​ແມ່ນ​ຜູ້ມີຄວາມ​ສຸດ​ຈິດ​ສຸດ​ໃຈ​ໃນ​ການ​ເຄື່ອນ​ໄຫວ​ມະນຸດສະທຳ. ສະໜິດຕິດ​ພັນ​ກັບ​ປະຊາຊົນ, ກຳ​​ແໜ້ນ ​ແລະ ​ ​ເຫັນ​ໃຈ​ກັບ​ຜູ້​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ມີ​ຄວາມ​ຮູ້, ທັກ​ສະ ​ແລະ ກຳລັງ​ຄວາມ​ສາ​ມາດການ​ເຄື່​ອນ​ໄຫວມະນຸດສະທຳ​ຢ່າງ​ມີ​ປະສິດທິ​ຜົນ.

ຂ່າວ/ບົດ​ອື່ນ