ປະທານສະພາແຫ່ງຊາດເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ

ປະທານສະພາແຫ່ງຊາດເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ - ảnh 1
ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​
ເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ
(ພາບ: baomoi)


(vovworld) – ເນື່ອງ​​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 85 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ແນວ​​ໂຮມ​ເອກະ​ພາບ​ແຫ່ງ​ຊາ​ເ​ຫວຽດນາມ (18/11/1930 – 18/11/2015), ຕອນ​ຄໍ່​າວັນ​ທີ 17/11, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ໄດ້​ເຂົ້າຮ່ວມ​ວັນ​ບຸນມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ​ກັບ​ປະຊາຊົນ​ 3 ​ຄຸ້ມ​ຊຸ​ມຊົນ​ຂຶ້ນ​ກັບ​ຕາ​ແສງ ​ເຈີ​ນຮື​ງດ້າວ, ​ເມືອງ​ຮ່ວານ​ກ໋ຽມ, ຮ່າ​ໂນ້ຍ. ຢູ່​ທີ່​ນີ້, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິ​ງຮຸ່ງ ສະ​ເໜີ​ໃຫ້​ບັນດາຄຸ້​ມຊຸມ​ຊົນ​ສືບ​ຕໍ່​ຍູ້​ແຮງ​ການ​ຮໍ່າຮຽນ ​ແລະ ປະຕິບັດ​ຕາມ​ແບບ​ຢ່າງ​ຄຸນສົມບັດ​ປະທານ​ໂຮ່ຈິ​ມິນ ດ້ວຍ​ວຽກ​ງານ​ແທດ​ຈິງ​ຫຼາຍຢ່າງ; ສະໜັບສະໜູນ, ປະຕິບັດ​ບັ້ນ​ຂົນ​ຂວາ​ຍ “ທົ່ວ​ປວງ​ຊົນ​ສາມັກຄີ​ສ້າງ​ຊີ​ສິດ​ວັດທະນະທຳ​ຄຸ້​ມຊຸມ​ຊົນ” ຢ່າງ​ມີ​ປະສິດ​ທິຜົນ ​ແລະ ບັນດາ​ຂະ​ບວນການ​ໂດຍ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ປຸກລະ​ດົມ, ປະກອບສ່ວນ​ປະຕິບັດ​ບັນດາ​ໜ້າ​ທີ່​ການ​ເມືອງ, ພັດທະນາ​ເສດຖະກິດ, ວັດທະນະທຳ​ສັງຄົມ, ການ​ປ້ອງກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ​ຢູ່​ທ້ອງ​ຖິ່ນ​ຢ່າງ​ມ​ີ​ໄຊ.

ຂ່າວ/ບົດ​ອື່ນ