ປະທານສະພາແຫ່ງຊາດໄປຢ້ຽມຢາມແລະເຮັດວຽກຢູ່ມະຫາວິທະຍາໄລແຫ່ງຊາດນະຄອນໂຮ່ຈິມິນ

(VOVWORLD) -ຕອນບ່າຍວັນທີ 04 ກັນຍາ, ກ່າວຄຳເຫັນທີ່ການພົບປະກັບພະນັກງານຫຼັກແຫຼ່ງ, ບັນດາຄູອາຈານ ພ້ອມກັບນັກສຶກສາມະຫາວິທະຍາໄລແຫ່ງຊາດນະຄອນໂຮ່ຈິມິນ ເປັນຈຳນວນຫຼວງຫຼາຍ ເນື່ອງໃນໂອກາດກ້າວເຂົ້າສົກຮຽນໃໝ່ 2018 – 2019
ປະທານສະພາແຫ່ງຊາດໄປຢ້ຽມຢາມແລະເຮັດວຽກຢູ່ມະຫາວິທະຍາໄລແຫ່ງຊາດນະຄອນໂຮ່ຈິມິນ - ảnh 1 (ທ່ານນາງປະທານສະພາແຫ່ງຊາດ ຫງວຽນກິມເງິນ)

ທ່ານນາງປະທານສະພາແຫ່ງຊາດ ຫງວຽນກິມເງິນ ຢືນຢັນວ່າ, ພັກ, ລັດຫວຽດນາມ ຍາມໃດກໍ່ເອົາໃຈໃສ່ຢ່າງເລິກເຊິ່ງ ແລະ ລົງທຶນຢ່າງມີຈຸດສຸມເຂົ້າມະຫາວິທະຍາໄລແຫ່ງຊາດນະຄອນໂຮ່ຈິມິນ. ທ່ານນາງປະທານສະພາແຫ່ງຊາດ ເນັ້ນໜັກວ່າ, ຖັນແຖວພະນັກງານຄູອາຈານ, ນັກຄົ້ນຄວ້າວິທະຍາສາດໄດ້ເຕົ້າໂຮມຜູ້ມີລະດັບປະລິນຍາເອກ, ສາດສະດາຈານ, ຮອງສາດສະດາຈານ ແລະ ນັກສຶກສາລຸ້ນຕ່າງໆທີ່ມີຄວາມເກັ່ງກ້າສາມາດກວ່າ 1.200 ຄົນຂອງມະຫາວິທະຍາໄລແຫ່ງຊາດນະຄອນໂຮ່ຈິມິນ ແມ່ນຊັບສົມບັດອັນລ້ຳຄ່າ. ນີ້ແມ່ນແຫຼ່ງທຶນ, ແມ່ນກຳລັງພາຍໃນ ແລະ ກໍ່ແມ່ນກຳລັງຊຸກຍູ້ພາລະກິດຄົ້ນຄວ້າວິທະຍາສາດ ແລະ ບຳລຸງສ້າງຂອງປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ