ປະທານສານປະຊາຊົນສູງສຸດເຈືອງຮ່ວາບີງຕ້ອນຮັບຄະນະຜູ້ແທນສານອານເຊຣີ

ປະທານສານປະຊາຊົນສູງສຸດເຈືອງຮ່ວາບີງຕ້ອນຮັບຄະນະຜູ້ແທນສານອານເຊຣີ - ảnh 1
ພິທີລົງ​ນາມ​​ໃນຂໍ້​ຕົກລົງ​​ແຮກ​ສ່ຽວ​ລະ​ຫວ່າງ​ສານ​ສູງ​ສຸດ 2 ປະ​ເທດ
(ພາບ: congly.com.vn)

(vovworld) - ​ ຕອນ​ເຊົ້າ​ວັນ​ທີ 30/03, ຢູ່​ຮ່າ​ໂນ້ຍ, ທີ່​ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສານ​ສູງສຸດ ອານ​ເຊຣີ ​ໂດຍ​ທ່ານ Boudi Slimane ປະທານ​ຜູ້​ທີ 1 ສານ​ສູງ​ສຸດ ອານ​ເຊຣີ ​ເປັນ​ຫົວໜ້າ​ຄະນະ ທີ່​ພວມ​ເຮັດ​ວຽກ​ຢູ່ ຫວຽດນາມ, ທ່ານ ​ເຈືອງ​ຮ່ວາ​ບີ​ງ ປະທານ​ສານ​ປະຊາຊົນ​ສູງ​ສຸດ ປະກາດ​ໂດຍສັງ​ເຂ​ບກ່ຽວ​ກັບ​ໝາກຜົນ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູນິດ ຫວຽດນາມ ​ແລະ ບົດ​ບາດ​ຂອງ​ສານ​ປະຊາຊົນ​ໃນ​ກົງຈັກ​​ແຫ່ງລັດ ຫວຽດນາມ ​ໃນ​ປະຈຸ​ບັນ. ຕາມ​ທ່ານ​ປະທານ​ສານ ​ເຈືອງ​ຮ່ວາ​ບີ​ງ ​ແລ້ວ, ລັດຖະທຳ​ມະນູນຂອງ ສາທາລະນະ​ລັດ​ສັງຄົມ​ນິຍົມ​ ຫວຽດນາມ ປີ 2013 ​ໄດ້​ກຳນົດ​ແຈ້ງວ່າ: ສານ​ປະຊາຊົນ​ແມ່ນ​ອົງການ​ສຳ​ນັກ​ງານ​ໜຶ່ງດຽວ​ປະຕິບັດ​ສິ​ດຍຸຕິ​ທຳ, ປະຕິບັດພາລະ​ໜ້າ​ທີ່ພິພາກສາ. ປະຈຸ​ບັນ, ລະບົບ​ສານ​ປະຊາຊົນ ຫວຽດນາມ ມີ​ບັນດາ​ການ​ຫັນປ່ຽນ​ໃຫຍ່ ກ່ຽວ​ກັບສິດ​ອຳນາດ ​ແລະ ​ໂຄງ​ປະກອບ​ການຈັດ​ຕັ້ງ. 2 ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ສານ​ສູງ​ສຸດ 2 ປະ​ເທດ​ຈະ​ຜັນ​ຂະຫຍາຍ​ການ​ເຄື່ອນ​ໄຫວຮ່ວມ​ມື​ຫລາຍ​ຢ່າງ ​ໃນ​ຂົງ​ເຂດ​ທີ່​ກ່ຽວຂ້ອງ​ເຖິງ​ບັນດາຄະດີ​ທີ່ຂຶ້ນ​ກັບສິດ​ອຳນາດ​ແກ້​ໄຂ; ບັນດາ​ບັນຫາ​ກ່ຽວ​ກັບ​ການຈັດ​ຕັ້ງ ​ແລະ ດຳ​ເນີນ​ຄະດີ. ພ້ອມ​ທັງ, ​ປະຕິບັດ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ລະຫວ່າງ​ບັນດາຜູ້​ພິພາກ​ສາ ​ແລະ ລັດຖະກອນ​ສານ​ເປັນ​ປະຈຳ ​ເພື່ອ​ຜ່ານ​ນັ້ນ 2 ຝ່າຍ​ເຂົ້າ​ໃຈ​ກ່ຽວ​ກັບ​ວຽກ​ງານ​ຂອງ​ກັນ​ຕື່ມ​ອີກ.

        ພາຍ​ຫລັງ​ພິທີ​ຕ້ອນຮັບ, ທ່າ​ນປະທານ​ສານ ​ເຈືອງ​ຮ່ວາ​ບີ​ງ ​ແລະ ທ່ານ​ປະທານ​ສານ Boudi Slimane ​ໄດ້​ລົງ​ນາມ​​ໃນຂໍ້​ຕົກລົງ​​ແຮກ​ສ່ຽວ​ລະ​ຫວ່າງ​ສານ​ສູງ​ສຸດ 2 ປະ​ເທດ.

ຂ່າວ/ບົດ​ອື່ນ