ປະທານຫງວຽນຊິງຮຸ່ງ ພົບປະກັບຜູ້ມີສິດ ເລືອກຕັ້ງເມືອງເຮືອງເຄ (ຮ່າຕິ້ງ)


ປະທານຫງວຽນຊິງຮຸ່ງ ພົບປະກັບຜູ້ມີສິດ ເລືອກຕັ້ງເມືອງເຮືອງເຄ (ຮ່າຕິ້ງ) - ảnh 1

(ພາບ:vov.vn)

(vovworld) –​ໃນການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມື່ອ​ຕອນ​​ເຊົ້າວັນ​ທີ 2/7, ທ່ານ ປະທານ​ສະພາ​ແຫ່ງ​ຊາດ​ຫງວຽນ​ຊິງ​ຮຸ່ງ ຢືນຢັນ​ວ່າ, ​ ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 7 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13 ປະສົບ​ຜົນສ​ຳເລັດ​ຍ້ອນ​ມີ​ການ​ປະກອບສ່ວນຢ່າງ​ຕັ້ງໜ້າ​ຂອງ​ປະຊາຊົນ, ນັກຮົບ ​ແລະ ຄວາມ​ຮັບຜິດຊອບ​ຂອງ​ບັນດາ ສສຊ. ທ່ານປະທານ​ສະພາ​ແຫ່ງ​ຊາດ​ຫງວຽນ​ຊິງ​ຮຸ່ງ ​ເນັ້ນໜັກ​ວ່າ, ສະພາບ​ ​ເສດຖະກິດ, ສັງຄົມ​​ໄດ້ ​ແລະ ພວມປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ກ່ວາ ຂະນະ​ທີ່ ຈີນ ​ໄດ້​ຕັ້ງຮ້ານ​ເຈາະ​ນ້ຳມັນ​ໄຮ​ຢາງ 981 ຢ່າງ​ຜິດ​ກົດໝາຍ​ໃນເຂດ​​ເສດຖະກິດ​ຈຳ​ເພາະ ​ແລ​ະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ ພ້ອມ​ທັງ​ສະ​ເໜີ​ໃຫ້ ຜູ້​ມີ​ສິດ​ເລືອກ​ຕັ້ງ​ ​ແລະ ປຊຊ ​ທົ່ວ​ປະ​ເທດ ຕ້ອງ​ມີ​ຄວາມມານະ​ພະຍາຍາມ​ກ່ວາ​ອີກ, ​ໃນ​ການຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ເພື່ອ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ. ທ່ານ​ຢືນຢັນ​ທັດສະນະ​ສ້າງສາ​ຍພົວພັນ​ມິດຕະພາບ​ກັບ​ຈີນ ຢ່າ​ງຈະ​ແຈ້ງ:

   “ປະທານ​ໂຮ່ຈິ​ມິນ ​ແລະ ປະທານ​ມາ​ວເຈິ​ນຕຸ​ງ ​ໄດ້​ເວົ້ານຳ​ກັນ​ວ່າ, ສາຍ​ພົວພັນ​ມິດຕະພາບ​ຫວຽດນາມ-​ຈີນ ທັງ​​​ເປັນ​ສະ​ຫາຍ ທັງ​​ເປັນ​ອ້າ​ນນ້ອງ. ຫວຽດນາມ ຢາກ​ສ້າງສາ​ຍພົວພັນ​ມິດຕະພາບ​ແຕ່​ກໍ່​ບໍ່​ຖື​ເບົາ, ຖອຍຫຼັງ​ຕໍ່​ການ​ນາບຂູ່​ຕໍ່​ການ​ຢຶດ​ເອົາ​ຄວາມ​ເປັນ​ເອກະລາດ, ອະທິປະ​ໄຕ ​ແລະ ຜື​ນ​ແຜ່ນດິນ​ອັນ​ຄົບ​ຖ້ວນ. ​ໃນ​ສະພາບ​ການ​ປະຈຸ​ບັນ, ຫວຽດນາມ ​ຕ້ອງມານະ​ພະຍາຍາມ, ສາມັກຄີ​ກັນ, ​ເຫັນ​ດີ​ເປັນເອກະສັນ​ໃນ​ການ​ເຄື່ອນ​ໄຫວ​ເພື່ອ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ“./.

 

ຂ່າວ/ບົດ​ອື່ນ