ປະທານາທິບໍດີ Barack Obama ຍົກເລີກການພົບປະກັບປະທານາທິບໍດີ Vladimir Putin

ປະທານາທິບໍດີ Barack Obama ຍົກເລີກການພົບປະກັບປະທານາທິບໍດີ Vladimir Putin - ảnh 1
ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama ​ແລະ ​ປະທານາທິບໍດີ ລັດ​ເຊຍ Vladimir Putin
(ພາບ:
Reuters)

(​vovworld) – ​ວັນ​ທີ 7/8, ອາ​ເມ​ລິ​ກາ ​ໃຫ້​ຮູ້​ວ່າ ການ​ພົບ​ປະ​ຂັ້ນ​ສູງ​ລະຫວ່າງ ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama ​ແລະ ​ປະທານາທິບໍດີ ລັດ​ເຊຍ Vladimir Putin, ຄາດ​ວ່າ​ຈະ​ດຳ​ເນີນ​ໄປ​ຢູ່ ມົດ​ສະ​ກູ ​ໃນ​ໄລຍະ​ດຳ​ເນີນ​ກອງ​ປະຊຸມ​ສຸດ​ຍອດກຸ່ມ​ບັນດາ​ພື້ນຖານ​ເສດຖະກິດ​ພັດທະນາ ​ແລະ ຫາ​ກໍ່​ພົ້ນ​ເດັ່ນ​ຂຶ້ນ​ອັນ​ດັບ​ໜຶ່ງ​ຂອງ​ໂລກ (ຈີ 20) ​ໃນ​ວັນ​ທີ 5 – 6/9 ຈະ​ມາ​ເຖິງ​ຢູ່ St. Petersburg, ​ໄດ້​ຖືກ​ຍົກ​ເລີກ.

    ຕາມ​ໂຄ​ສົກ​ທຳນຽບຂາວ Jay Carney ​ແລ້ວ, ການ​ພົບ​ປະ​ດັ່ງກ່າວ​ຖືກ​ຍົກເລີກ​ຍ້ອນ​ຂາ​ດຄວາມ​ຄືບ​ໜ້າ​ໃນ​ບັນດາ​ບັນຫາ​ລະ​ຫວ່າງ ​ອາ​ເມ​ລິ​ກາ - ລັດ​ເຊຍ, ​ເຊິ່ງລວມມີ​ລະບົບ​ປ້ອງ​ກັນ​ລູກ​ສອນ​ໄຟ ​ແລະ ຄວບ​ຄຸມ​ອາວຸດ, ການ​ພົວພັນ​ດ້ານ​ການ​ຄ້າ, ຄວາມ​ໝັ້ນຄົງ​ທົ່ວ​ໂລກ ກໍ່​ຄື​ຄວາມ​ເສຍ​ຫວັງ​ຂອງ ວໍ​ຊິງ​ຕັນ ຕໍ່ເລື່ອງ ມົດ​ສະ​ກູ ​ອະນຸຍາດ​ໃຫ້​ອະດີດ​ພາລະ​ກອນອົງການ​ສືບ​ລາຊະການ​ລັບ​ສູນ​ກາງ ອາ​ເມ​ລິ​ກາ Edward Snowden ອາ​ໄສ​ຊົ່ວຄາວ​ຢູ່ ລັດ​ເຊຍ ​ໃນ​ເວລາ 1 ປີ.

    ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຕາມ​ທ່ານ Carney ​ແລ້ວ, ທ່ານປະທານາທິບໍດີ Barack Obama ​ຍັງ​ຄົງ​ມີ​ແຜນການ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ ຈີ 20 ຢູ່ St. Petersburg.

ລັດ​ເຊຍ ​ເສຍ​ຫວັງ​ຕໍ່​ຂໍ້​ຕົກລົງ​ຂອງ​ປະທານາທິບໍດີ ອາ​ເມ​ລິ​ກາ ​ແຕ່​ຖະ​ແຫລ​ງວ່າ ຍັງ​ຄົງ​ສືບ​ຕໍ່​ຮ່ວມ​ມື​ກັບ​ອ​າ​ເມ​ລິ​ກາ​ໃນ​ບັນດາ​ໂຄງການ​ດຳ​ເນີນ​ງານ​ສອງ​ຝ່າຍ ​ແລະ ຫລາຍ​ຝ່າຍ.

ຂ່າວ/ບົດ​ອື່ນ