ປະທານາທິບໍດີ Donal Trump ຢັ້ງຢືນເຈົ້າໜ້າທີ່ຂັ້ນສູງ ສປປ.ເກົາຫຼີໄປອາເມລິກາ

(VOVWORLD) -ຝ່າຍອາເມລິກາ ໄດ້ແຕ່ງຕັ້ງຄະນະຜູ້ແທນເຈລະຈາກັບ ສປປ.ເກົາຫຼີ.

ວັນທີ 29 ພຶດສະພາ, ທ່ານ ປະທານາທິບໍດີ Donal Trump  ຢັ້ງຢືນວ່າ ທ່ານຮອງປະທານຄະນະກຳມະການສູນກາງພັກແຮງງານ ສປປ.ເກົາຫຼີ Kim Yong Chol ພວມເດີນທາງໄປ ນິວຢອກ, ປະເທດອາເມລິກາ ເພື່ອກະກຽມໃຫ້ແກ່ການພົບປະສຸດຍອດລະຫວ່າງ ອາເມລິກາ ແລະ ສປປ.ເກົາຫຼີ ທີ່ຈະມາເຖິງທີ່ສິງກະໂປ. ຜ່ານສື່ສັງຄົມ Twitter, ທ່ານປະທານາທິບໍດີ Donal Trump  ໄດ້ຊີ້ແຈ້ງວ່າ ຝ່າຍອາເມລິກາ ໄດ້ແຕ່ງຕັ້ງຄະນະຜູ້ແທນເຈລະຈາກັບ ສປປ.ເກົາຫຼີ. ບັນດາການພົບປະເຫຼົ່ານັ້ນ ເພື່ອແນໃສ່ສົ່ງເສີມວຽກງານກະກຽມໃຫ້ແກ່ການພົບປະສຸດຍອດ ທີ່ພວມດຳເນີນ, ຕາມນັ້ນແລ້ວ, ປັດຈຸບັນ ທ່ານ Kim Yong Chol ພວມໄປນິວຢອກ.

        ພ້ອມກັບການເດີນທາງໄປຕ່າງປະເທດຂອງທ່ານ Kim Yong Chol, ມີບັນດາການເດີນທາງໄປປະຕິບັດງານຢູ່ຕ່າງປະເທດຂອງວົງການເຈົ້າໜ້າທີ່ອາເມລິກາ ແລະ ສປປ.ເກົາຫຼີ ຖືກດຳເນີນຢ່າງລຽນຕິດ ກ່ອນການດຳເນີນການພົບປະໄດ້ທີ່ຄາດຄະເນໄວ້ລະຫວ່າງ ທ່ານປະທານາທິບໍດີ Donal Trump  ແລະ ການນຳສປປ.ເກົາຫຼີ Kim Jong Un ທີ່ສິງກະໂປ ໃນວັນທີ 12 ມິຖຸນາຈະມາເຖິງ.


ຕອບກັບ

ຂ່າວ/ບົດ​ອື່ນ