ປະທານາທິບໍດີ Duterte ບໍ່ອະນຸຍາດໃຫ້ອາເມລິກາຜັນຂະຫຍາຍລູກສອນໄຟຢູ່ຟີລິບປິນ

(VOVWORLD) -ມານີລາ ຈະບໍ່ອະນຸຍາດໃຫ້ອາເມລິກາ ຜັນຂະຫຍາຍບັນດາລະບົບລູກສອນໄຟຢູ່ຜືນແຜ່ນດິນຂອງປະເທດນີ້.

ປະທານາທິບໍດີ  Duterte ບໍ່ອະນຸຍາດໃຫ້ອາເມລິກາຜັນຂະຫຍາຍລູກສອນໄຟຢູ່ຟີລິບປິນ - ảnh 1  ທ່ານປະທານາທິບໍດີຟີລິບປິນ Rodrigo Duterte

(ພາບປະກອບ: AFP/TTXVN)

ຄຳຖະແຫຼງການຫວ່າງມໍ່ໆມານີ້, ທ່ານປະທານາທິບໍດີຟີລິບປິນ Rodrigo Duterte ໃຫ້ຮູ້ວ່າ, ມານີລາ ຈະບໍ່ອະນຸຍາດໃຫ້ອາເມລິກາ ຜັນຂະຫຍາຍບັນດາລະບົບລູກສອນໄຟຢູ່ຜືນແຜ່ນດິນຂອງປະເທດນີ້. ເຖິງວ່າມີສົນທິສັນຍາປ້ອງກັນລວມລະຫວ່າງອາເມລິກາ ແລະ ຟີລິບປິນ ກໍ່ຕາມ, ແຕ່ທ່ານປະທານາທິບໍດີ Duterte ກໍ່ໄດ້ຖະແຫຼງວ່າ, ທ່ານຈະຫ້າມບໍ່ໃຫ້ນຳເຂົ້າປະເທດບັນດາອາວຸດຕ່າງປະເທດ, ລວມທັງສາງອາວຸດນິວເຄຼຍ. ບໍ່ພຽງແຕ່ລູກສອນໄຟເທົ່ານັ້ນ, ທ່ານປະທານາທິບໍດີ Duterte ຍັງຢືນຢັນວ່າ, ທ່ານບໍ່ອະນຸຍາດໃຫ້ບໍ່ວ່າ “ນາຍທະຫານຕ່າງປະເທດ” ຄົນໃດມາມີໜ້າຢູ່ຟີລິບປິນ ອີກດ້ວຍ.

        ຄຳກ່າວປາໄສດັ່ງກ່າວຂອງທ່ານ Duterte ຖືກຍົກອອກມາກ່ອນທີ່ຈັດກອງປະຊຸມການນຳບັນດາວິສາຫະກິດຟີລິບປິນ - ຈີນ ຢູ່ວັງ Malacanang.

        ກ່ອນໜ້ານັ້ນ, ວັນທີ 03 ສິງຫາ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ ຄົນໃໝ່ Mark Esper ໄດ້ຖະແຫຼງວ່າ, ອາເມລິກາ ຈະຜັນຂະຫຍາຍລະບົບລູກສອນໄຟໄລຍະກາງທີ່ຕິດຕັ້ງຢູ່ເທິງໜ້າດິນຢູ່ເຂດອາຊີ.

ຕອບກັບ

ຂ່າວ/ບົດ​ອື່ນ