ປະທານາທິບໍດີ Obama ຈະຮັກສາກຳລັງທະຫານ ອາເມລິກາຢູ່ອາບການິສະຖານຫລັງປີ2016

ປະທານາທິບໍດີ Obama ຈະຮັກສາກຳລັງທະຫານ ອາເມລິກາຢູ່ອາບການິສະຖານຫລັງປີ2016 - ảnh 1
ທ່ານ B.Obama ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ

(vovworld)- ບັນ​ດາ​ເຈົ້າ​ຫນ້າ​ທີ່​ຂັ້ນ​ສູງ​ອາ​ເມ​ລິ​ກາ ໃຫ້​ຮູ້​ວ່າ: ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ B.Obama ຈະ​ຮັກ​ສາ​ພົນ​ທະ​ຫານ ອາ​ເມ​ລິ​ກາ 5.500 ຄົນ ຢູ່ ອາບ​ກາ​ນິ​ສະ​ຖານ ເມື່ອ​ທ່ານ​ສິ້ນ​ສຸດ​ອາ​ຍຸ​ການ​ໃນ​ປີ 2017. ເປັນ​ອັນ​ວ່າ ທ່ານ Obama ຈະ​ຕໍ່​ກຳ​ນົດ​ເວ​ລາ​ສິ້ນ​ສຸດ​ການ​ເຂົ້າ​ຮ່ວມ​ການ​ຕໍ່​ສູ້​ຂອງ​ອາ​ເມ​ລິ​ກາ ຢູ່ ອາບ​ກາ​ນິ​ສະ​ຖານ ແລະ​ຈະ​ມອບ​ໂອນ​ບັນ​ຫານີ້​ໃຫ້​ຜູ້​ສືບ​ທອດ. ຕາມ​ບັ​ນ​ດາ​ເຈົ້າ​ຫນ້າ​ທີ່​ດັ່ງ​ກ່າວ​ແລ້ວ, ເບື້ອງ​ຕົ້ນ ປະ​ທາ​ນາ​ທິ​ບໍ​ດີ B. Obama ຄາດ​ວ່າ​ຈະ​ຖອນ​ພົນ​ທະ​ຫານ​ເກືອບ​ທັງ​ໝົດ​ໃນ​ທ້າຍ​ປີ 2016. ເຖິງ​ຢ່າງ​ໃດ​ກໍ​ຕາມ ໃນ​ຫລາຍ​ເດືອນ​ຜ່ານ​ມາ, ບັນ​ດາ​ການ​ນຳ​ກອງ​ທັບ ອາ​ເມ​ລິ​ກາ ໄດ້​ໂຕ້​ຖຽງ​ກັນ​ວ່າ ປະ​ຊາ​ຊົນ ອາບ​ກາ​ນິ​ສະ​ຖານ ຕ້ອງ​ການ​​ໄດ້​ຮັບການ​ຊ່ວຍ​ຫນູນ​ຂອງ ອາ​ເມ​ລິ​ກາ ຕື່ມ​ອີກ ເພື່ອ​ຍູ້​​ທະ​ຫານ​ກະ​ບົດ ຕາ​ລີ​ບານ ໃຫ້​ຖອຍ​ໄປ ແລະ ຮັກ​ສາ​ບັນ​ດາ​ໝາກ​ຜົນ​ທີ່​ບັນ​ລຸ​ໄດ້​ໃນ 14 ປີ​ຜ່ານ​ມາ​ ດ້ວຍ​ການ​ຊ່ວຍ​ເຫລືອ​ຂອງ ວໍ​ຊິ​ຕັນ ຂຶ້ນ​ເຖິງ​ນັບຕື້ USD ກໍ​ຄື​ການ​ເສຍ​ເລືອດເນື້ອ​ຂອງ​ພົນ​ທະ​ຫານ ອາ​ເມ​ລິ​ກາ.

ຂ່າວ/ບົດ​ອື່ນ