ປະທານາທິບໍດີ ຊີຣີ ຮຽກຮ້ອງບັນດາກຳລັງທະຫານຕ່າງປະເທດຈົ່ງຖອນຕົວອອກຈາກປະເທດນີ້

(VOVWORLD) -ບົດກ່າວປາໄສຂອງ ທ່ານ Bashar al-Assad ໃນການພົບປະກັບທ່ານ Hussein Amir Abdullahian, ລັດຖະມົນຕີການຕ່າງປະເທດ ອີຣານ ໂດຍໄດ້ຢືນຢັນວ່າ: ການຕໍ່ສູ້ຕ້ານການກໍ່ການຮ້າຍ ຈະສືບຕໍ່ຈົນເຖິງເມື່ອທຸກໆເຂດຢູ່ຊີຣີ ລ້ວນແຕ່ໄດ້ຮັບການປົດປ່ອຍ
ປະທານາທິບໍດີ ຊີຣີ ຮຽກຮ້ອງບັນດາກຳລັງທະຫານຕ່າງປະເທດຈົ່ງຖອນຕົວອອກຈາກປະເທດນີ້ - ảnh 1ທ່ານ Bashar al-Assad ປະທານາທິບໍດີ ຊີຣີ. (ພາບ:AFP/TTXVN)

ວັນທີ 9 ຕຸລາ, ທ່ານ Bashar al-Assad ປະທານາທິບໍດີ ຊີຣີ ໄດ້ເນັ້ນຫນັກວ່າ: “ບັນດາອິດທິກຳລັງຕ່າງປະເທດທີ່ຜິດກົດໝາຍ”- ແມ່ນຢາກເວົ້າເຖິງ ກຳລັງທະຫານ ອາເມລິກາ ແລະ ຕວັກກີ ນັ້ນ ຕ້ອງຢຸດຕິການມີຫນ້າຢູ່ດິນແດນ ຊີຣີ.

ສຳນັກຂ່າວສານແຫ່ງຊາດ SANA ໄດ້ຄັດສະເຫນີບົດກ່າວປາໄສຂອງ ທ່ານ Bashar al-Assad ໃນການພົບປະກັບທ່ານ Hussein Amir Abdullahian, ລັດຖະມົນຕີການຕ່າງປະເທດ ອີຣານ ໂດຍໄດ້ຢືນຢັນວ່າ: ການຕໍ່ສູ້ຕ້ານການກໍ່ການຮ້າຍ ຈະສືບຕໍ່ຈົນເຖິງເມື່ອທຸກໆເຂດຢູ່ຊີຣີ ລ້ວນແຕ່ໄດ້ຮັບການປົດປ່ອຍ. ນອກນັ້ນ ທັງສອງທ່ານ ກໍ່ໄດ້ປຶກສາຫາລືກ່ຽວກັບການພົວພັນຍຸດທະສາດລະຫວ່າງສອງປະເທດ ແລະ ບັນດາຄວາມມານະພະຍາຍາມລວມ ເພື່ອຊຸກຍູ້ບັນດາແຜນການເພີ່ມທະວີການຮ່ວມມືສອງຝ່າຍໃນທຸກຂົງເຂດ.

ຕອບກັບ

ຂ່າວ/ບົດ​ອື່ນ