ປະທານາທິບໍດີ ຊີຣີ ເຫັນດີໃຫ້ສາກົນຄວບຄຸມສາງອາວຸດເຄມີ

ປະທານາທິບໍດີ ຊີຣີ ເຫັນດີໃຫ້ສາກົນຄວບຄຸມສາງອາວຸດເຄມີ - ảnh 1
ປະທານາທິບໍດີ ອາເມລິກາ, ປະທານາທິບໍດີ ຊີຣີ, ປະທານາທິບໍດີ ລັດເຊຍ
(ພາບ: thethaovanhoa.vn)

(vovworld) - ວັນ​ທີ 12/9, ປະທານາທິບໍດີ ຊີຣີ Bashar al Assad ​ໄດ້​ເຫັນ​ດີມອບ​ສິດ​ຄວບ​ຄຸມສາງ​ອາວຸດ​ຂອງ​ປະ​ເທດ​ນີ້​ໃຫ້​ສາກົນ. ​ໃນ​ການ​ຕອບ​ສຳພາດ​ຊ່ອງ​​ໂທລະ​ພາບ​ແຫ່ງ​ຊາດ Rossiya 24 ຂອງ​ລັດ​ເຊຍ ຈາກ​ນະຄອນຫຼວງ ດາ​ມາ​ກຸດ ​ແລ້ວ, ທ່ານ Assad ຢັ້ງຢືນ ​ເລື່ອງ ຊີຣີ ມອບ​ສິດ​ຄວບ​ຄຸມສາງ​ອາວຸດ​ຂອງ​ປະ​ເທດ​ນີ້​ໃຫ້​ສາກົນ ​ແມ່ນ​ເພື່ອ ລັດ​ເຊຍ ຫາກ​ບໍ່​​ແມ່ນ​ບັນດາ​ການ​ນາບ​ຂູ່​ຂອງ ອາ​ເມ​ລິ​ກາ ພ້ອມ​ທັງ​ເນັ້ນ​ໜັກ​ວ່າ: ບໍ່​ວ່າບັ້ນ​ຮົບ​ໃດ​ຕ້ານ ຊີຣີ ​ກໍ່ແມ່ນ​ການ​ດັບ​ສູນ​ສຳລັບ​ພາກ​ພື້ນ ​ແລະ ​ເຮັດ​​ໃຫ້​ພາກ​ພື້ນ​ນີ້​ຕົກ​ເຂົ້າ​ສູ່​ບັນດາ​ຄວາມ​ຫຍຸ້ງຍາກ ​ແລະ ຄວາມ​ສັບສົນ​ໃນ​ທົດ​ສະ​ວັດ​ຈະ​ມາ​ເຖິງ.

    ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ​ໂຄສົກ​ສະຫະ​ປະຊາ​ຊາດ ທ່ານ Farhan Haq ​ໃຫ້​ຮູ້​ວ່າ: ສະຫະ​ປະຊາ​ຊາດ ​ໄດ້​ຮັບ​ເອກະສານ​ເປັນ​ທາງ​ການ​ຈາກ​ລັດຖະບານ ຊີຣີກ່ຽວ​ກັບ​ການ​ເຂົ້າ​ຮ່ວມ​ສົນທິສັນຍາ​ສາກົນ​​ເກືອດ​ຫ້າມ ອາວຸດ​ເຄມີ. ຕາມ​ທ່ານ Haq ​ແລ້ວ, ລັດ​ຖະບານ​ຂອງ​ປະທານາທິບໍດີ ຊີຣີ Bashar al Assad ຈະ​ເສຍ​ເວລາ​ພຽງ 2, 3 ວັນ​ເພື່ອ​ກາຍ​ເປັນ​ສະມາຊິກ​ສົມບູນ​ຂອງ​ສົນທິສັນຍາ​ຊຶ່ງ​ໄດ້​ລົງ​ນາມ​ປີ 1993 ກ່ຽວ​ກັບ​ການ​ຫ້າມ​ການ​ຜະລິດ ​ແລະ ມີອາວຸດ​ເຄມີ.

ຂ່າວ/ບົດ​ອື່ນ