ປະທານາທິບໍດີ ຟີລິບປິນ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ອົດສະຕາລີ

(VOVWORLD) - ການນຳຂອງປະເທດນີ້ຈະບໍ່ເຂົ້າຮ່ວມກອງປະຊຸມສຸດຍອດລະຫວ່າງບັນດາປະເທດ ອາຊຽນ ແລະ ອົດສະຕາລີ (AIA), ພິທີສະເຫຼີມສະຫຼອງ 14 ປີແຫ່ງການພົວພັນຮ່ວມມື ລະຫວ່າງ 2 ຝ່າຍ, ຊຶ່ງຄາດວ່າຈະຈັດຕັ້ງຢູ່ Sydney, ປະເທດ ອົດສະຕາລີ ແຕ່ວັນທີ 16 – 18 ມີນາ.

ວັນທີ 5 ມີນາ, ທ່ານ, Harry Roque, ໂຄສົກຂອງທ່ານປະທານາທິບໍດີ ຟີລິບປິນ Rodrigo Duterte ໃຫ້ຮູ້ວ່າ: ການນຳຂອງປະເທດນີ້ຈະບໍ່ເຂົ້າຮ່ວມກອງປະຊຸມສຸດຍອດລະຫວ່າງບັນດາປະເທດ ອາຊຽນ ແລະ ອົດສະຕາລີ (AIA), ພິທີສະເຫຼີມສະຫຼອງ 14 ປີແຫ່ງການພົວພັນຮ່ວມມື ລະຫວ່າງ 2 ຝ່າຍ, ຊຶ່ງຄາດວ່າຈະຈັດຕັ້ງຢູ່ Sydney, ປະເທດ ອົດສະຕາລີ ແຕ່ວັນທີ 16 – 18 ມີນາ.

        ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານ Harry Roque ໄດ້ຊີ້ແຈ້ງວ່າ: “ບັນດາການຜັນແປພາຍໃນປະເທດຍັງສືບຕໍ່ຕ້ອງມີການມີໜ້າຂອງທ່ານປະທານາທິບໍດີ ຟີລິບປິນ”. ທ່ານປະທານາທິບໍດີ Duterte ຈະເຂົ້າຮ່ວມກອງປະຊຸມຂອງວິທະຍາຄານການທະຫານ ຟີລິບປິນ ໃນວັນທີ 18 ມີນາ, ແລະ ຖືນີ້ແມ່ນ “ກາລະໂອກາດເພື່ອໂອ້ລົມສົນທະນາກັບບັນດາຜູ້ບັນຊາໜຸ່ມຂອງກອງທັບ.”

ຕອບກັບ

ຂ່າວ/ບົດ​ອື່ນ