ປະທານາທິບໍດີ ຢູແກຼນ: ເພີ່ມທະວີການພົວພັນກັບ ຫວຽດນາມ ແມ່ນບຸລິມະສິດໃນນະໂຍບາຍການຕ່າງປະເທດ

(VOVWORLD) - ທີ່ການຕ້ອນຮັບ, ທ່ານ ເອກອັກຄະລັດຖະທູດ ຫງວຽນແອງຕ໋ວນ ຢັ້ງຢືນວ່າ ຍາມໃດ ຫວຽດນາມ ກໍ່ຖືເປັນສຳຄັນການພົວພັນກັບ ຢູແກຼນ ແລະ ປາດຖະໜາວ່າ ສາຍພົວພັນຈະພັດທະນາຢ່າງແຮງ ໃນທັງພາກລັດ, ສະພາແຫ່ງຊາດ, ລັດຖະບານ ແລະ ການພົວພັນປະຊາຊົນ.
ປະທານາທິບໍດີ ຢູແກຼນ: ເພີ່ມທະວີການພົວພັນກັບ ຫວຽດນາມ ແມ່ນບຸລິມະສິດໃນນະໂຍບາຍການຕ່າງປະເທດ - ảnh 1ທ່ານ ຫງວຽນແອງຕ໋ວນ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຢູແກຼນ ໄດ້ຍື່ນສານຕາຕັ້ງ 

ຫວ່າງແລ້ວນີ້, ຢູ່ນະຄອນຫຼວງ Kiev, ທ່ານ ຫງວຽນແອງຕ໋ວນ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຢູແກຼນ ໄດ້ຍື່ນສານຕາຕັ້ງຕໍ່ທ່ານປະທານາທິບໍດີ ຢູແກຼນ Petro Poroshenko. ພາຍຫຼັງພິທີຍື່ນສານຕາຕັ້ງ, ທ່ານເອກອັກຄະລັດຖະທູດໄດ້ຮັບການຕ້ອນຮັບຈາກທ່ານປະທານາທິບໍດີ ຢູແກຼນ.

        ທີ່ການຕ້ອນຮັບ, ທ່ານ ເອກອັກຄະລັດຖະທູດ ຫງວຽນແອງຕ໋ວນ ຢັ້ງຢືນວ່າ ຍາມໃດ ຫວຽດນາມ ກໍ່ຖືເປັນສຳຄັນການພົວພັນກັບ ຢູແກຼນ ແລະ ປາດຖະໜາວ່າ ສາຍພົວພັນຈະພັດທະນາຢ່າງແຮງ ໃນທັງພາກລັດ, ສະພາແຫ່ງຊາດ, ລັດຖະບານ ແລະ ການພົວພັນປະຊາຊົນ.

        ທ່ານປະທານາທິບໍດີ Poroshenko ເນັ້ນໜັກວ່າ ຢູແກຼນ ຍາມໃດກໍ່ເຄົາລົບນັບຖືນ້ຳໃຈມິດຕະພາບທີ່ເປັນມູນເຊື້ອກັບ ຫວຽດນາມ, ຖືເລື່ອງເພີ່ມທະວີການພົວພັນກັບ ຫວຽດນາມ, ເຊິ່ງເປັນປະເທດຂະຫຍັນຂັນເຄື່ອນຢູ່ພາກພື້ນ ອາຊີ - ປາຊີຟິກ ແມ່ນບຸລິມະສິດໃນນະໂຍບາຍການຕ່າງປະເທດຂອງ ຢູແກຼນ ໃນໄລຍະຈະມາເຖິງ. ທ່ານປະທານາທິບໍດີ Poroshenko ໃຫ້ຄຳໝັ້ນສັນຍາສ້າງເງື່ອນໄຂສະດວກ ແລະ ອວຍພອນໃຫ້ທ່ານເອກອັກຄະລັດຖະທູດ ປະຕິບັດສຳເລັດໜ້າທີ່ການທູດຂອງຕົນຢູ່ ຢູແກຼນ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ການພົວພັນ 2 ຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ