ປະທານາທິບໍດີ ລັດເຊຍ Putin ຢ້ຽມຢາມ ປາແລດສະຕີນ

ປະທານາທິບໍດີ ລັດເຊຍ Putin ຢ້ຽມຢາມ ປາແລດສະຕີນ - ảnh 1
ທ່ານ​ປະທານາທິບໍດີ Vladimir Putin ແລະ
 ປະທານາທິບໍດີ  Mahmoud Abbas
ພາບ: internet


(vovword) - ວັນ​ທີ 26/6, ສືບ​ຕໍ່​ການ​ຢ້ຽມຢາມ​ບັນດາ​ເຂດ​ດິນ​ແດນ ປາ​ແລດ​ສະຕີ​ນ, ທ່ານ​ປະທານາທິບໍດີ ລັດ​ເຊຍ Vladimir Putin ​ໄດ້​ມີ​ການ​ເຈລະຈາ​ກັບ​ປະທານາທິບໍດີ ປາ​ແລດ​ສະຕີ​ນ Mahmoud Abbas. ທ່ານ Putin ​ແລະ ທ່ານ Abbas ຈະ​ຕີ​ລາຄາ​ໝາກຜົນ​ຂອງ​ຮອບ​ເຈລະຈາ​ຜ່ານ​ມາ​ຂອງ​ກຸ່ມ 4 ປະ​ເທດ ກ່ຽວ​ກັບ​ການ​ເຈລະຈາ​ສັນຕິພາບ​ຢູ່​ຕາ​ເວັນ​ອອກ​ກາງ ຊຶ່ງ​ລວມມີ: ລັດ​ເຊຍ, ອາ​ເມ​ລິ​ກາ, ສະຫະພາບ​ເອີ​ລົບ ​ແລະ ສະຫະ​ປະຊາ​ຊາດ ໃນຕົ້ນປີ 2012 ຢູ່ Amman ຂອງ ຈໍ​​ແດນ. ກ່ອນ​ຫນ້າ​ນັ້ນ ປະທານາທິບໍດີ Putin ​ໄດ້​ໄປ​ຢ້ຽມຢາມ ອິດສະຣາ​ແອນ ​ແລະ ​ເຈລະຈາ​ກັບ​ທ່ານ  Benjamin Netanyahu ນາຍົກລັດຖະມົນຕີ ປະ​ເທດ​ນີ້. ກ່າວ​ຄຳ​ເຫັນ​ໃນ​ການ​ປະຊຸມ​ຂ່າວ​ຮ່ວມກັບ​ນາຍົກລັດຖະມົນຕີ ອິດສະຣາ​ແອນ ຢູ່ Jeluxalem, ທ່ານ Putin ​ໄດ້​ເລັ່ງລັດ ອິດ​ສະຣາ​ແອນ ​ແລະ ປາ​ແລດ​ສະຕີ​ນ ​ເຊື່ອມ​ຕໍ່​ບັນດາ​ການ​ເຈລະຈາ​​ໂດຍສັນຕິ ຊຶ່ງ​ຖືກ​ໂຈະ​ໄວ້ມາ​ແຕ່​ດົນ​ນານ​ແລ້ວ​. ທ່ານ Putin ຊີ້​ແຈງ​ວ່າ: ກ່ຽວ​ກັບສະພາບ​ການ​ຢູ່​ຕາ​ເວັນ​ອອກ​ກາງ​ປະຈຸ​ບັນ, ສິ່ງ​ສຳຄັນ​​ແມ່ນຕ້ອງ​ແກ້​ໄຂ​ບັນດາ​ການ​ປະ​ທະ​ກັນ​ທີ່​ແກ່ຍາວ.    ລັດ​ເຊຍ ຮຽກຮ້ອງ​ໃຫ້​ສອງ​ຝ່າຍ​ເຊື່ອມ​ຕໍ່​ບັນດາ​ການ​ເຈລະຈາ ​ແລະ ນັ້ນ​ແມ່ນ​ເສັ້ນທາງ​ຫນຶ່ງ​ດຽວ​ເພື່ອ​ແກ້​ໄຂ​ການ​ປະ​ທະ​ກັນ.

ຂ່າວ/ບົດ​ອື່ນ