ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Vladimir Putin ອະ​ນຸ​ມັດ​ຜ່ານ​ຍຸດ​ທະ​ສາດ​​ ປ້ອງ​ກັນ​ຄວາມ​ສະ​ຫງົບ​ແຫ່ງ​ຊາດ

(VOVWORLD) -  ວັນທີ 3 ກໍລະກົດ, ປະຕູຖານຂໍ້ມູນນິຕິກຳທາງການ ໄດ້ແນະນຳ ລັດຖະດຳລັດ ຂອງທ່ານປະທານາທິບໍດີ ລັດເຊຍ Vladimir Putin ທີ່ໄດ້ອະນຸມັດຜ່ານຍຸດທະສາດ ປ້ອງກັນຄວາມສະຫງົບແຫ່ງຊາດໃໝ່ ຂອງປະເທດນີ້.
ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Vladimir Putin ອະ​ນຸ​ມັດ​ຜ່ານ​ຍຸດ​ທະ​ສາດ​​ ປ້ອງ​ກັນ​ຄວາມ​ສະ​ຫງົບ​ແຫ່ງ​ຊາດ - ảnh 1ທ່ານປະທານາທິບໍດີ ລັດເຊຍ Vladimir Putin 

ຍຸດທະສາດໃໝ່ໄດ້ຍົກອອກບັນດາບຸລິມະສິດຍຸດທະສາດຕົ້ນຕໍຂອງ ລັດເຊຍ ເປັນຕົ້ນແມ່ນການອະນຸລັກຮັກສາຊາດລັດເຊຍ, ອະນຸລັກຮັກສາຄຸນຄ່າທາງດ້ານຈິດໃຈ ແລະ ຄຸນສົມບັດທີ່ເປັນມູນເຊື້ອຂອງລັດເຊຍ, ກໍຄືຄວາມໝັ້ນຄົງຂອງລະບົບຊີວະພາບ ແລະ ການນຳໃຊ້ບັນດາແຫຼ່ງຊັບພະຍາກອນທຳມະຊາດໃຫ້ເໝາະສົມ.

        ໜຶ່ງໃນບັນດາບັນຫາຈຸດສຸມທີ່ໄດ້ຍົກອອກໃນຍຸດທະສາດໃໝ່ນັ້ນແມ່ນ ການເນັ້ນໜັກເຖິງຄວາມສຳຄັນຂອງພື້ນຖານປ້ອງກັນຄວາມສະຫງົບແຫ່ງຊາດ. ໃນບັນດາໜ້າທີ່ຕົ້ນຕໍ, ລັດເຊຍ ໃຫ້ບຸລິມະສິດແກ່ການປົກປ້ອງສິດຜົນປະໂຫຍດແຫ່ງຊາດຂອງພົນລະເມືອງ ລັດເຊຍ ຢູ່ພາຍໃນປະເທດ ແລະ ຕ່າງປະເທດ.

        ຍຸດທະສາດໃໝ່ນີ້ ໄດ້ຖືເລື່ອງ NATO ສ້າງພື້ນຖານໂຄງລ່າງການທະຫານໃກ້ກັບຊາຍແດນ ລັດເຊຍ, ຍູ້ແຮງບັນດາການເຄື່ອນໄຫວສືບລາຊະການລັບ ແມ່ນເຮັດໃຫ້ເພີ່ມຄວາມເປັນອັນຕະລາຍດ້ານການທະຫານ ແລະ ແມ່ນບັນດາໄພນາບຂູ່ການທະຫານ ຕໍ່ ສະຫະພັນລັດເຊຍ.

ວັນເທື່ອງ - ນັກຂ່າວ VOV ປະຈຳ ລັດເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ