ປະທານາທິບໍດີ ລັດເຊຍ V.Putin ຖະແຫຼງບໍ່ຍອມຮັບສົງຄາມນິວເຄຼຍ

(VOVWORLD) - ບໍ່ປະໃຫ້ເກີດສົງຄາມນິວເຄຼຍ. ລັດເຊຍ ສະໜັບສະໜູນຄວາມໝັ້ນຄົງສະເໝີພາບ ແລະ ບໍ່ຖືກແບ່ງແຍກສຳລັບທຸກໆສະມາຊິກຂອງປະຊາຄົມສາກົນ.
ປະທານາທິບໍດີ ລັດເຊຍ V.Putin ຖະແຫຼງບໍ່ຍອມຮັບສົງຄາມນິວເຄຼຍ - ảnh 1ທ່ານປະທານາທິບໍດີ ລັດເຊຍ Vladimir Putin (ພາບ: AFP/TTXVN)

ວັນທີ 1 ສິງຫາ, ໃນບົດປາໄສສົ່ງເຖິງກອງປະຊຸມຄັ້ງທີ 10 ທົບທວນຄືນເລື່ອງປະຕິບັດສົນທິສັນຍາບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ (NPT), ທ່ານປະທານາທິບໍດີ ລັດເຊຍ Vladimir Putin ຢັ້ງຢືນ: ບໍ່ປະໃຫ້ເກີດສົງຄາມນິວເຄຼຍ. ລັດເຊຍ ສະໜັບສະໜູນຄວາມໝັ້ນຄົງສະເໝີພາບ ແລະ ບໍ່ຖືກແບ່ງແຍກສຳລັບທຸກໆສະມາຊິກຂອງປະຊາຄົມສາກົນ. ທ່ານປະທານາທິບໍດີ ລັດເຊຍ ຖືວ່າ: ທຸກໆປະເທດເຄົາລົບບັນດາຂໍ້ສະເໜີຂອງສົນທິສັນຍາບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ “ຕ້ອງມີສິດສຳຜັດກັບພະລັງງານນິວເຄຼຍແບບສັນຕິພາບ ຫາກບໍ່ຕ້ອງການເງື່ອນໄຂໃດໆຕື່ມອີກ”. ທ່ານ Putin ເນັ້ນໜັກວ່າ: ດ້ວຍຖານະເປັນປະເທດສະມາຊິກຂອງ ສົນທິສັນຍາບໍ່ແຜ່ຂະຫຍາຍອາວຸດນິວເຄຼຍນັ້ນ, ລັດເຊຍ ໄດ້ “ສະເໝີຕົ້ນສະເໝີປາຍຕາມເນື້ອໃນຈິດໃຈ ແລະ ເອກະສານຂອງສົນທິສັນຍາ”. ບັນດາພາລະໜ້າທີ່ຂອງລັດເຊຍ ຕາມຂໍ້ຕົກລົງສອງຝ່າຍກັບ ອາເມລິກາ ກ່ຽວກັບການຫລຸດຜ່ອນ ແລະ ຈຳກັດອາວຸດທີ່ກ່ຽວຂ້ອງ ກໍ່ໄດ້ຮັບການປະຕິບັດຢ່າງເຂັ້ມງວດ. ລັດເຊຍ ຫວັງວ່າກອງປະຊຸມຈະຢັ້ງຢືນຄືນໃໝ່ຄວາມພ້ອມຂອງບັນດາປະເທດໃນການບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ, ເພື່ອແນໃສ່ຮັບປະກັນສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ