ປະທານາທິບໍດີ ລັດເຊຍ ແລະ ອາເມລິກາ ອາດສາມາດພົບປະກັນຢູ່ກອງປະຊຸມຂັ້ນສູງ APEC 2017

(VOVWORLD) -  ທ່ານປະທານາທິບໍດີ ອາເມລິກາ Donald Trump ກໍ່ປະກາດວ່າ ອາດຈະພົບປະກັບທ່ານປະທານາທິບໍດີ ລັດເຊຍ Vladimir Putin ໃນການຢ້ຽມຢາມພາກພື້ນ ອາຊີ - ປາຊີຟິກ.
ປະທານາທິບໍດີ ລັດເຊຍ ແລະ ອາເມລິກາ ອາດສາມາດພົບປະກັນຢູ່ກອງປະຊຸມຂັ້ນສູງ APEC 2017 - ảnh 1ທ່ານປະທານາທິບໍດີ ອາເມລິກາ Donal Trump ແລະ  ທ່ານປະທານາທິບໍດີ ລັດເຊຍ Vdladimir Putin  (ພາບ: AP/TTXVN)

ທ່ານປະທານາທິບໍດີ ລັດເຊຍ Vdladimir Putin ແລະ ທ່ານປະທານາທິບໍດີ ອາເມລິກາ Donal Trump ອາດສາມາດພົບປະກັນໃນອາທິດໜ້າຢູ່ກອງປະຊຸມຂັ້ນສູງເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) 2017 ຢູ່ນະຄອນ ດ່າໜັງ ປະເທດ ຫວຽດນາມ. ວັນທີ 03 ພະຈິກ ໂຄສົກວັງ Krenlin ທ່ານ Dmitry Peskov ໃຫ້ຮູ້ວ່າ: ພວມດຳເນີນບັນດາການປຶກສາຫາລືກ່ຽວກັບການພົບປະດັ່ງກ່າວ. ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານ Dmitry Peskov ໃຫ້ຮູ້ວ່າ: ການພົບປະ 2 ຝ່າຍພວມປຶກສາຫາລື. ແຈ້ງການຢ່າງເປັນທາງການຈະໄດ້ຍົກອອກທັນທີ ພາຍຫລັງລາຍລະອຽດຂອງການພົບປະທັງໝົດໄດ້ເຫັນດີເປັນເອກະພາບ. ກ່ອນໜ້ານັ້ນ, ວັນທີ 02 ພະຈິກ, ທ່ານປະທານາທິບໍດີ ອາເມລິກາ Donald Trump ກໍ່ປະກາດວ່າ ອາດຈະພົບປະກັບທ່ານປະທານາທິບໍດີ ລັດເຊຍ Vladimir Putin ໃນການຢ້ຽມຢາມພາກພື້ນ ອາຊີ - ປາຊີຟິກ.

ຕອບກັບ

ຂ່າວ/ບົດ​ອື່ນ