ປະທານາທິບໍດີ ສິງກະໂປ ຢ້ຽມຢາມແຂວງ Binh Duong.

ປະທານາທິບໍດີ ສິງກະໂປ ຢ້ຽມຢາມແຂວງ Binh Duong. - ảnh 1
ທ່ານ​ປະທານາທິບ​ໍດີ Tony Tan Keng Yam ຢ້ຽມຢາມ ແຂວງ Binh Duong
ພາບ:internet


(vovworld) - ​ຕອນ​ເຊົ້າ​ວັນ​ທີ 26/4, ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ ຫວຽດນາມ ຢ່າງ​ເປັນ​ທາງ​ການ​ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ປະທານ​ປະ​ເທດ ຫວຽດນາມ Truong Tan Sang, ທ່ານ​ປະທານາທິບໍດີ ສິງກະ​ໂປ  Tony Tan Keng Yam ​ໄດ້​​ໄປ​ຢ້ຽມຢາມ​ແຂວງ Binh Duong. ນະ​ທີ່​ນີ້ ທ່ານ​ປະທານາທິບໍດີ ສິງກະ​ໂປ ​ໄປ​ຢ້ຽມຢາມ​ເຂດ​ອຸດສາຫະກຳ ຫວຽດນາມ - ສິງກະ​ໂປ 2 ​ແຫ່ງ. ​ເມື່ອ​ເຮັດ​ວຽກ​ກັບ​ຄະນະ​ກຳມະການ​ປະຊາຊົນ​ແຂວງ Binh Duong, ທ່ານ​ປະທານາທິບ​ໍດີ Tony Tan Keng Yam ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ຕໍ່ຫນ້າ​ການ​ພັດທະນາ​ດ້ານ​ເສດຖະກິດ ສັງຄົມ​ຂອງ​ແຂວງຢ່າງ​ວ່ອງ​ໄວຂອງ​ແຂວງ​ ພ້ອມ​ທັງ​ໃຫ້​ຮູ້​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ ສິງກະ​ໂປຈະ​ສືບ​ຕໍ່​ລົງທຶນ​ຢູ່​ແຂວງ Binh Duong ​ແລະ ນະຄອນ Ho Chi Minh ຫລາຍ​ກວ່າ​ອີກ. ປະທານາທິບໍດີ ສິງກະ​ໂປ ປາດ​ຖະຫນາ​ຢາກ​ໃຫ້​ການ​ນຳ​ແຂວງ Binh Duong ​ ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ​ສິງກະ​ໂປ ​ແລະ ​ເຂດ​ອຸດສາຫະກຳຮ່ວມ​ທຸລະ​ກິດ​ລະຫວ່າງ​ສອງ​ປະ​ເທດ 2 ​ແຫ່ງ​ດັ່ງກ່າວ ສືບ​ຕໍ່​ພັດທະນາ, ປະກອບສ່ວນ​ຊຸກຍູ້​ສາຍ​ພົວພັນ​ຮ່ວມ​ມື​ອັນ​ດີງາມ​ລະຫວ່າງ ຫວຽດນາມ ​ແລະ ສິງກະ​ໂປກ​ວ່າ​ອີກ.

ຂ່າວ/ບົດ​ອື່ນ