ປະ​ທາ​ນາ​ທິ​ບໍ​ດີ ສິງ​ກະ​ໂປ ເດີນ​ທາງ​ມາ​ນະ​ຄອນ​ໂຮ​່ຈີມິນ

(VOVWORLD) - ຕອນຄ່ຳວັນທີ 19 ຕຸລາ, ຢູ່ທີ່ຫໍປະຊຸມ ທົ່ງເຍິດ, ທ່ານຫງວຽນວັນເນນ, ເລຂາພັກກອມມູນິດນະຄອນໂຮ່ຈີມິນ, ໄດ້ຕ້ອນຮັບທ່ານນາງຮາລີມານ ຢາກອບ ປະທານາທິບໍດີສິງກະໂປ ເນື່ອງໃນໂອກາດຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 16 ເຖິງ 20 ຕຸລາ.
ປະ​ທາ​ນາ​ທິ​ບໍ​ດີ ສິງ​ກະ​ໂປ ເດີນ​ທາງ​ມາ​ນະ​ຄອນ​ໂຮ​່ຈີມິນ - ảnh 1ທ່ານຫງວຽນວັນເນນ, ເລຂາພັກກອມມູນິດນະຄອນໂຮ່ຈີມິນ, ຕ້ອນຮັບທ່ານນາງຮາລີມານ ຢາກອບ ປະທານາທິບໍດີສິງກະໂປ  (ພາບ: VOV)

ຢູ່ທີ່ການຕ້ອນຮັບ, ທ່ານຫງວຽນວັນເນນ, ເລຂາພັກກອມມູນິດນະຄອນໂຮ່ຈີມິນ ໄດ້ເນັ້ນໜັກວ່າ: ໃນເວລາທີ່ຈະມາເຖິງ, ນະຄອນໂຮ່ຈີມິນ ປາດຖະໜາຢາກຮ່ວມມືກັບ ສິງກະໂປ, ແບ່ງປັນປະສົບການໃນຂົງເຂດບໍລິຫານລັດ, ການບໍລິການລັດ; ແກ້ໄຂບັນຫາຕ່າງໆກ່ຽວກັບພະລັງງານຜະລິດຄືນໃໝ່, ພະລັງງານສີຂຽວ; ກໍ່ສ້າງອົງປະກອບພື້ນຖານໂຄງລ່າງ,  ຮັບມືການປ່ຽນແປງຂອງດິນຟ້າອາກາດ ແລະ ຊຸກຍູ້ການພັດທະນາປະຊາຄົມວິສາຫະກິດ startup ຢ່າງຫົວຄິດປະດິດສ້າງ ແລະ ພັດທະນາຜະລິດຕະພັນຫຼັກ.

        ທ່ານນາງຮາລີມານ ຢາກອບ ໃຫ້ຮູ້ວ່າ ມີຫຼາຍວິສາຫະກິດ ສິງກະໂປ ທີ່ຢາກມາລົງທຶນຢູ່ນະຄອນໂຮ່ຈີມິນ ຍ້ອນວ່ານີ້ແມ່ນສະຖານທີ່ທີ່ມີແຫ່ງຊັບພະຍາກອນມະນຸດໜຸ່ມ, ເງື່ອນໄຂການດຳລົງຊີວິດດີ, ບັນດາອົງການທີ່ມີໜ້າທີ່ຍາມໃດກໍ່ເອົາໃຈໃສ່ແກ້ໄຂຄວາມຫຍຸ້ງຍາກຂໍ້ຄົງຄ້າງໃຫ້ແກ່ວິສາຫະກິດ; ສິງກະໂປ ຍາມໃດກໍ່ຮ່ວມເດີນທາງກັບຫວຽດນາມ ເວົ້າລວມ, ນະຄອນໂຮ່ຈີມິນ ເວົ້າສະເພາະ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອພ້ອມກັນພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ