ປະທານາທິບໍດີ ອີຕາລີ ເປັນເຈົ້າພາບຈັດພິທີຕ້ອນຮັບທ່ານປະທານປະເທດ ຫວໍວັນເຖືອງ ຢ່າງສົມກຽດ

(VOVWORLD) - ທ່ານປະທານາທິບໍດີ Sergio Mattarella ແລະ ລູກສາວ ໄດ້ເຊື້ອເຊີນທ່ານປະທານປະເທດ ຫວໍວັນເຖືອງ ພ້ອມກັບພັນລະຍາ ພ້ອມກັນຖ່າຍຮູບ

ຕອນເຊົ້າວັນທີ 26 ກໍລະກົດ,  ທີ່ສຳນັກງານປະທານາທິບໍດີ, ທ່ານ ປະທານາທິບໍດີ ອີຕາລີ Sergio Mattarella ໄດ້ເປັນປະທານພິທີຕ້ອນຮັບຢ່າງສົມກຽດ ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ຢ້ຽມຢາມອີຕາລີ ທາງລັດຖະກິດ.

ພາຍຫຼັງພິທີຕ້ອນຮັບ, ທ່ານປະທານາທິບໍດີ Sergio Mattarella ແລະ ລູກສາວ ໄດ້ເຊື້ອເຊີນທ່ານປະທານປະເທດ ຫວໍວັນເຖືອງ ພ້ອມກັບພັນລະຍາ ພ້ອມກັນຖ່າຍຮູບ ແລະ ພົບປະສະມາຊິກທາງການຂອງສອງປະເທດ ທີ່ເຂົ້າຮ່ວມພິທີ. ຈາກນັ້ນ, ທ່ານປະທານາທິບໍດີ Sergio Mattarella ແລະ ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງສອງປະເທດດຳເນີນການເຈລະຈາ.

ຕອບກັບ

ຂ່າວ/ບົດ​ອື່ນ