ປະທານາທິບໍດີ ອາເມລິກາ ຊັ່ງຊາຕໍ່ການພົບປະກັບການນຳ ສປປ ເກົາຫຼີ Kim Jong -un

(VOVWORLD) - (vovworld) – ບັນດາແຫຼ່ງຂ່າວການທູດໃນວັນທີ 8/5, ໃຫ້ຮູ້ວ່າ: ອຳນາດການປົກຄອງຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ເວົ້າກັບ ຈີນ ວ່າ ທ່ານ Trump ພ້ອມແລ້ວທີ່ຈະຊົມເຊີຍການນຳ ສປປ ເກົາຫຼີ ທ່ານ Kim Jong –un ໃນການພົບປະຢູ່ ອາເມລິກາ, ຖ້າຫາກ ພຽງຢາງ ປະລະໂຄງການນິວເຄຼຍ ແລະ ລູກສອນໄຟຂອງປະເທດນີ້. 
ປະທານາທິບໍດີ ອາເມລິກາ ຊັ່ງຊາຕໍ່ການພົບປະກັບການນຳ ສປປ ເກົາຫຼີ Kim Jong -un - ảnh 1 ການນຳ ສປປ ເກົາຫຼີ Kim Jong –un

ແນວຄວາມຄິດນີ້ແມ່ນສ່ວນຫນຶ່ງໃນບັນດາຂໍ້ສະເໜີເຊິ່ງ ອາເມລິກາ ຍົກອອກມາໃນການປຶກສາຫາລື ໃນໄລຍະມໍ່ໆມານີ້ກັບວົງການເຈົ້າໜ້າທີ່ ຈີນ ກ່ຽວກັບວິທີການແກ້ໄຂດີທີ່ສຸດ ກ່ຽວກັບບັນຫາ ນິວເຄຼຍຂອງ ສປປ ເກົາຫຼີ. ອຳນາດການປົກຄອງ ອາເມລິກາ ກໍ່ເວົ້າວ່າ ເຂົາເຈົ້າຈະບໍ່ມີການກະທຳດ້ານການທະຫານ ແລະ ຈະຮັບປະກັນຄວາມໝັ້ນຄົງໃຫ້ລະບອບຂອງທ່ານ Kim Jong –un ຖ້າຫາກວ່າບັນດາໂຄງການອາວຸດດັ່ງກ່າວຂອງ ພຽງຢາງ ຖືກຍົກເລີກ. ວົງການເຈົ້າໜ້າທີ່ ອາເມລິກາ ຖືວ່າຈັດດຳເນີນການການໂອ້ລົມສົນທະນາກັບ ສປປ ເກົາຫຼີ ຍັງຊັງຊາຢູ່.

ຕອບກັບ

ຂ່າວ/ບົດ​ອື່ນ