ປະທານາທິບໍດີ ອາເມລິກາ ຖະແຫຼງໂຈະການເພີ່ມອັດຕາພາສີສຳລັບສິນຄ້າ ຈີນ

(VOVWORLD) - ຕອນເຊົ້າວັນທີ 25 ກຸມພາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ຖະແຫຼງວ່າ:
ປະທານາທິບໍດີ ອາເມລິກາ ຖະແຫຼງໂຈະການເພີ່ມອັດຕາພາສີສຳລັບສິນຄ້າ ຈີນ - ảnh 1 ທ່ານປະທານາທິບໍດີ Donald Trump (ພາບ: THX/TTXVN)

ທ່ານຈະໂຈະການເພີ່ມອັດຕາພາສີສຳລັບສິນຄ້າ ຈີນ ທີ່ມີຍອດມູນຄ່າກ່ວາ 200 ຕື້ USD, ຄາດວ່າຈະໄດ້ຈັດວາງໃນວັນທີ 1 ມີນາ, ຍົກອອກ “ບັນດາບາດກ້າວຄືບໜ້າດີພໍສົມຄວນ” ໃນການເຈລະຈາການຄ້າລະຫວ່າງ ອາເມລິກາ ແລະ ຈີນ ໃນທ້າຍອາທິດນີ້. ໃນຜ່ານສື່ສັງຄົມອອນລາຍ Twitter, ທ່ານປະທານາທິບໍດີ Donald Trump ກໍ່ໃຫ້ຮູ້ວ່າ: ທ່ານຈະສ້າງແຜນການປະຕິບັດການພົບປະສຸດຍອດກັບທ່ານປະທານປະເທດ ຈີນ ສີຈິ້ນຜີງ ຢູ່ເຂດຕາກອາກາດ Mar-a-lago, ລັດ Florida, ແນໃສ່ລົງນາມໃນຂໍ້ຕົກລົງສະບັບໜຶ່ງ ເມື່ອຖືວ່າ: ທັງ 2 ຝ່າຍລ້ວນແຕ່ບັນລຸໄດ້ບາດກ້າວຄືບໜ້າດີ.

        ຮອບເຈລະຈາການຄ້າລະຫວ່າງ ອາເມລິກາ ແລະ ຈີນ ຢູ່ ວໍຊິງຕັນ ໃນຄັ້ງນີ້ ແມ່ນຮອບເຈລະຈາຄັ້ງທີ 4 ນັບແຕ່ເມື່ອການນຳ 2 ພື້ນຖານເສດຖະກິດໃຫຍ່ກ່ວາໝູ່ໂລກນີ້ໄດ້ເຫັນດີເປັນເອກະພາບ “ຢຸດຕິການສູ້ຮົບ” ດ້ານການຄ້າໃນຮອບເວລາ 90 ວັນ - ຈົນເຖິງວັນທີ 01 ມີນາ ຈະມາເຖິງ. ຂໍ້ຕົກລົງນີ້ ໂດຍທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານປະທານປະເທດ ຈີນ ສີຈິ້ງຜີງ ບັນລຸໄດ້ຢູ່ປະເທດ ອາກຊັງຕິນ ເມື່ອເດືອນ ພະຈິກ 2018.

ຕອບກັບ

ຂ່າວ/ບົດ​ອື່ນ