ປະທານາທິບໍດີ ອາເມລິກາ: ບັນດາການເຈລະຈາແນໃສ່ຢຸດຕິການປະທະກັນຢູ່ ຢູແກຼນ ໃກ້ຈະ “ບັນລຸໄດ້ໝາກຜົນແລ້ວ”
(VOVWORLD) - ວັນທີ 18 ທັນວາ, ເມື່ອກ່າວຄຳເຫັນໃນຫ້ອງເຮັດວຽກຮູບໄຂ່, ທ່ານ Donadl Trump ປະທານາທິບໍດີ ອາເມລິກາ ໃຫ້ຮູ້ວ່າ ທ່ານເຊື່ອໝັ້ນວ່າ ບັນດາການເຈລະຈາແນໃສ່ຢຸດຕິການປະທະກັນຢູ່ ຢູແກຼນ ໃກ້ຈະ “ບັນລຸໄດ້ໝາກຜົນແລ້ວ”.
ທ່ານ Donadl Trump ກໍຢ້ຳຄືນເລື່ອງທ່ານໄດ້ປິດ 8 ການປະທະກັນໃນໂລກ ນັບແຕ່ເມື່ອກັບຄືນມາທຳນຽບຂາວ ແຕ່ຕົ້ນປີ 2025 ນີ້, ພ້ອມທັງຢັ້ງຢືນວ່າ ການແກ້ໄຂການປະທະກັນລະຫວ່າງ ລັດເຊຍ ແລະ ຢູແກຼນ ແມ່ນຍາກກວ່າໝູ່ ແຕ່ອາດຈະສຳເລັດໂດຍໄວ.
ເຈົ້າໜ້າທີ່ທຳນຽບຂາວໃຫ້ຮູ້ວ່າ ບັນດາທູດພິເສດຂອງທ່ານ Trump ເຊິ່ງແມ່ນ ທ່ານ Steve Witkoff ແລະ ທ່ານ Jared Kushner ຄາດວ່າ ຈະພົບປະກັບຄະນະຜູ້ແທນ ລັດເຊຍ ຢູ່ Miami ໃນທ້າຍອາທິດນີ້. ຝ່າຍ ອາເມລິກາ ກໍພວມມານະພະຍາຍາມສືບຕໍ່ເກ້ຍກ່ອມທັງ ລັດເຊຍ ແລະ ຢູແກຼນ ບັນລຸໄດ້ຂໍ້ຕົກລົງຢຸດຕິການປະທະກັນ. ກ່ອນໜ້ານັ້ນ, ທ່ານ Witkoff ແລະ ທ່ານ Kushner ກໍໄດ້ພົບປະກັບຄະນະ ຢູແກຼນ ຢູ່ ເບີລິນ ໃນຕົ້ນອາທິດນີ້. ບັນດາເຈົ້າໜ້າທີ່ ອາເມລິກາ ໃຫ້ຮູ້ວ່າ ເຂົາເຈົ້າເຊື່ອໝັ້ນວ່າ ສອງຝ່າຍບໍ່ໄດ້ຢູ່ຫ່າງໄກກັນແລ້ວ, ເຖິງວ່າ ບັນຫາຍາກທີ່ສຸດແມ່ນດິນແດນທີ່ຍັງບໍ່ທັນໄດ້ຮັບການແກ້ໄຂ.
ກວາງຈູງ - ນັກຂ່າວ VOV ປະຈຳ ອາເມລິກາ