ປະທານາທິບໍດີ ອາເມລິກາ ມີຄວາມປະເອີບໃຈກ່ຽວກັບສັນຕິພາບຕາເວັນອອກກາງ

(VOVWORLD) - ວັນທີ 22 ພຶດສະພາ, ໃນການຢ້ຽມຢາມ Jerusalem, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ສະແດງຄວາມປະເອີບໃຈກ່ຽວກັບ “ກາລະໂອກາດໃຫຍ່” ສຳລັບພື້ນຖານສັນຕິພາບ ຢູ່ ຕາເວັນອອກກາງ. 

ປະທານາທິບໍດີ ອາເມລິກາ ມີຄວາມປະເອີບໃຈກ່ຽວກັບສັນຕິພາບຕາເວັນອອກກາງ - ảnh 1 ທ່ານປະທານາທິບໍດີ Donald Trump (ເບື້ອງຊ້າຍ) ແລະທ່ານປະທານາທິບໍດີ ອິດສະຣາແອນ  Reuven Rivlin ໃນການພົບປະຢູ່ Jerusalem ໃນວັນທີ 22/5.

(ພາບ: AFP/TTXVN)


ກ່າວຄຳເຫັນທີ່ການເຈລະຈາກັບຄູ່ຕຳແໜ່ງ ອິດສະຣາແອນ Reuven Rivlin, ທ່ານປະທານາທິບໍດີ Donald Trump ໄດ້ຊີ້ແຈ້ງວ່າບັນດາປະເທດ ຕາເວັນອອກກາງ ພວມມີກາລະໂອກາດ “ທີ່ຫາຍາກ” ເພື່ອສາມາດນຳມາເຊິ່ງສັນຕິພາບ ແລະ ສະຖຽນລະພາບໃຫ້ພາກພື້ນ, ຕີລັດທິກໍ່ການຮ້າຍໃຫ້ປະລາໄຊ ແລະ ສ້າງອະນາຄົດແຫ່ງສັນຕິພາບ ແລະ ຄວາມວັດທະນາຖາວອນ, ແຕ່ສິ່ງດັ່ງກ່າວນັ້ນອາດຈະບັນລຸໄດ້ກໍ່ຕໍ່ເມື່ອບັນດາປະເທດຮ່ວມມືນຳກັນ. ທ່ານປະທານາທິບໍດີ Donald Trump ກໍ່ຖືວ່າ ບັນດາບັນຫາເກີດຂຶ້ນຢູ່ ອີຣານ ໄດ້ເຮັດໃຫ້ບັນດາປະເທດອື່ນໆໃນພາກພື້ນມີຄວາມສົນໃຈເຖິງ ອິດສະຣາແອນ. ທ່ານຢັ້ງຢືນວ່າ ເຕເຮຣານ ຈະບໍ່ມີວັນໄດ້ຮັບອະນຸຍາດມີອາວຸດນິວເຄຼຍ, ພ້ອມທັງກ່າວປະນາມປະເທດນີ້ໜູນຫຼັງ “ບັນດາບຸກຄົນກໍ່ການຮ້າຍ”. ທ່ານປະທານາທິບໍດີ Donald Trump ໄດ້ໄປເຖິງ Tel Aviv, ເລີ່ມຕົ້ນການຢ້ຽມຢາມ ອິດສະຣາແອນ ແລະ ມີການເຈລະຈາກັບທ່ານນາຍົກລັດຖະມົນຕີປະເທດເຈົ້າພາບ Benjamin Netanyahu. ໃນວັນທີ 23 ພຶດສະພາ, ທ່ານ Donald Trump ໄດ້ພົບປະກັບທ່ານປະທານາທິບໍດີ  ປາແລດສະຕີນ Mahmoud Abbas ຢູ່ Bethlehem. ບັນດາການເຈລະຈາສຸມໃສ່ບັນດາຄວາມມານະພະຍາຍາມເພື່ອແນໃສ່ເຊື່ອມຕໍ່ບັນດາການເຈລະຈາລະຫວ່າງ ອິດສະຣາແອນ ແລະ ປາແລດສະຕິນ ທີ່ເຄີຍຖືກຕັດຕອນມາແຕ່ເດືອນເມສາ 2014 ຄືນໃໝ່.


ຕອບກັບ

ຂ່າວ/ບົດ​ອື່ນ