ປະທານາທິບໍດີ ອາເມລິກາ ເຊັນລັດຖະດຳລັດວ່າດ້ວຍການຈຳກັດຄົນເຂົ້າເມືອງ

(VOVWORLD) - ວັນທີ 22 ເມສາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ປະກາດເຊັນລັດຖະດຳລັດວ່າດ້ວຍການຈຳກັດຄົນເຂົ້າເມືອງ ແນໃສ່ຢຸດຕິການອອກບັດຂຽວຊົ່ວຄາວ, ຕາມທ່ານ D. Trump ແລ້ວ, ນັ້ນແມ່ນການກະທຳ ຈະຊ່ວຍປົກປ້ອງວຽກເຮັດງານທຳຂອງປະຊາຊົນ ອາເມລິກາ ໃນສະພາບການເກີດໂລກລະບາດໂຄວິດ-19.

 ກ່າວຄຳເຫັນທີ່ທຳນຽບຂາວ, ທ່ານປະທານາທິບໍດີ D. Trump ຊີ້ແຈ້ງວ່າ: ເລື່ອງເຊັນລັດຖະດຳລັດວ່າດ້ວຍການຈຳກັດຄົນເຂົ້າເມືອງ ອາເມລິກາເປັນການຊົ່ວຄາວນັ້ນ ແມ່ນເພື່ອປົກປ້ອງຊາວຜູ້ອອກແຮງງານ ອາເມລິກາ. ລັດຖະດຳລັດສະບັບດັ່ງກ່າວ ກໍ່ຮັບປະກັນບັນດາແຫຼ່ງກຳລັງດ້ານສາທາລະນະສຸກໃຫ້ຄົນເຈັບ ຊາວອາເມລິກາ.

        ຕາມຂໍ້ມູນຂ່າວກ່ອນໜ້ານັ້ນ, ລັດຖະດຳລັດສະບັບດັ່ງກ່າວ ມີ ເວລາກຳນົດ 60 ວັນ ແລະ ຈະສົ່ງຜົນສະທ້ອນຫຼາຍທີ່ສຸດຕໍ່ຜູ້ຍື່ນເອກະສານຂໍອອກບັດທີ່ຢູ່ປະຈຳ ຫຼື ບັດຂຽວ ເວັ້ນເສຍແຕ່ຜູ້ທີ່ເຮັດວຽກໃນຂະແໜງເບິ່ງແຍງດູແລສຸຂະພາບ.

ຕອບກັບ

ຂ່າວ/ບົດ​ອື່ນ