ປະທານາທິບໍດີ ອາເມລິກາ ເຊື່ອໝັ້ນວ່າ ສປປ.ເກົາຫຼີ ເຄົາລົບຂໍ້ຕົກລົງປອດນິວເຄຼຍ

(VOVWORLD) -ວັນທີ 9 ກໍລະກົດ, ທ່ານປະທານາທິບໍດີອາເມລິກາ Donal Trump ສະແດງຄວາມເຊື່ອໝັ້ນວ່າ ສປປ.ເກົາຫຼີ ຈະເຄົາລົບຂໍ້ຕົກລົງປອດນິວເຄຼຍ ທີ່ໄດ້ລົງນາມກັບ ອາເມລິກາ ໃນສະພາບການ ທີ່ເກີດມີຂ່າວລືຕ່າງໆກ່ຽວກັບບັນດາຄວາມບໍ່ລົງລອຍກັນ ກໍ່ໃຫ້ເກີດຄວາມສ່ຽງສໍາລັບບັນດາການເຈລະຈາລະຫວ່າງສອງປະເທດ.

ປະທານາທິບໍດີ ອາເມລິກາ ເຊື່ອໝັ້ນວ່າ ສປປ.ເກົາຫຼີ ເຄົາລົບຂໍ້ຕົກລົງປອດນິວເຄຼຍ - ảnh 1ທ່ານປະທານາທິບໍດີອາເມລິກາ Donal Trump 

(ພາບ:TTXVN)

ຂໍ້ຄວາມໃນ Twitter, ທ່ານ Trump ຊີ້ແຈ້ງວ່າ: “ຂ້າພະເຈົ້າເຊື່ອໝັ້ນວ່າ ທ່ານ Kim Jong – un ຈະເຄົາລົບຂໍ້ຕົກລົງ ທີ່ພວກຂ້າພະເຈົ້າໄດ້ລົງນາມກັນ”.

        ຄໍາຖະແຫຼງຂ່າວຂອງທ່ານປະທານາທິບໍດີ Trump ໄດ້ຍົກອອກໃນສະພາວະມີສະມາຊິກລັດຖະສະພາ ອາເມລິກາ ຜູ້ໜຶ່ງ ໄດ້ສະແດງຄວາມວິຕົກກັງວົນ ຕໍ່ຄວາມສ່ຽງການເຈລະຈາລະຫວ່າງ ອາເມລິກາ ແລະ ສປປ.ເກົາຫຼີ ພວມຕົກເຂົ້າສູ່ສະພາບການທີ່ຫຍຸ້ງຍາກ, ພ້ອມທັງຄາດຄະເນວ່າ ອາດຈະມີການກະທົບຈາກ ຈີນ ໃນບັນດາການເຈລະຈາລະຫວ່າງ ອາເມລິກາ - ສປປ.ເກົາຫຼີ, ພິເສດແມ່ນໃນສະພາບການປະທະກັນດ້ານການຄ້າລະຫວ່າງ ອາເມລິກາ - ຈີນ ພວມປີນຂັ້ນໄດ. ໃນການຕອບສໍາພາດ, ທ່ານ Lindsey Graham ສະມາຊິກສະພາສູງ ໄດ້ກ່າວຫາ “ຈີນພວມແກ່ດຶງ ສປປ.ເກົາຫຼີ” ເພື່ອຍາດເອົາທ່າໄດ້ປຽບໃນການຂັດແຍ້ງດ້ານການຄ້າລະຫວ່າງ ອາເມລິກາ - ຈີນ.

ຕອບກັບ

ຂ່າວ/ບົດ​ອື່ນ