ປະທານາທິບໍດີ ອາເມລິກາ ເປັນຄັ້ງທຳອິດໄດ້ເຈລະຈາກັບປະທານປະເທດຈີນ ສີຈີ້ນຜີງ

(VOVWORLD) -ນັບຕັ້ງແຕ່ໄດ້ເຂົ້າດຳລົງຕຳແໜ່ງເມື່ອເດືອນມັງກອນປີ 2021, ວັນທີ 10 ກຸມພາ, ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ມີການເຈລະຈາທາງໂທລະສັບເປັນຄັ້ງທຳອິດກັບທ່ານປະທານປະເທດຈີນ ສີຈີ້ນຜີງ
ປະທານາທິບໍດີ ອາເມລິກາ ເປັນຄັ້ງທຳອິດໄດ້ເຈລະຈາກັບປະທານປະເທດຈີນ ສີຈີ້ນຜີງ - ảnh 1ປະທານາທິບໍດີ ອາເມລິກາ Joe Biden  ແລະ ທ່ານປະທານປະເທດຈີນ ສີຈີ້ນຜີງ

ການນຳ 2 ທ່ານໄດ້ແລກປ່ຽນກ່ຽວກັບການປ້ອງກັນ ແລະ ສະກັດກັ້ນໂລກລະບາດ Covid-19 ແລະ ບັນດາສິ່ງທ້າທາຍທີ່ມີຕໍ່ຄວາມໝັ້ນຄົງທາງດ້ານສາທາລະນະສຸກທົ່ວໂລກ, ການປ່ຽນແປງຂອງດິນຟ້າອາກາດ, ການຕ້ານການແຜ່ຂະຫຍາຍອາວຸດ. ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ ຢືນຢັນວ່າ ບັນດາບຸລິມະສິດຂອງຕົນໃນການປົກປັກຮັກສາຄວາມສະຫງົບ, ວັດທະນາຖາວອນໃຫ້ແກ່ຊາວອາເມລິກາ ກໍຄືການຮັກສາມະຫາສະໝຸດອິນເດຍ-ປາຊີຟິກ ເສລີ ແລະ ເປີດກ້ວາງ. ປະທານາທິບໍດີ ອາເມລິກາ ກໍຍັງເນັ້ນໜັກເຖິງຄວາມເປັນຫ່ວງກັງວົນຕໍ່ບັນດາການເຄື່ອນໄຫວເສດຖະກິດທີ່ບໍ່ຍຸຕິທຳ ແລະ ບີບບັງຄັບຂອງປັກກິງ ແລະ ການກະທຳຂອງປັກກິງໃນບາງບັນຫາທີ່ກ່ຽວຂ້ອງເຖິງຮົງກົງ, ໄຕ້ຫວັນ ແລະ ຊິງຈຽງ. ທ່ານປະທານາທິບໍດີ ອາເມລິກາ Joe Biden  ຍັງໝັ້ນໝາຍເດີນຕາມບັນດາການເຄື່ອນໄຫວແຊກແຊງຢ່າງແທດຈິງ ແລະ ມີປະສິດທິຜົນເພື່ອຊຸກຍູ້ຜົນປະໂຫຍດຂອງອາເມລິກາ ແລະ ບັນດາປະເທດພັນທະມິດຂອງຕົນອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ