ປະ​ທາ​ນາ​ທິບ​ໍ​ດີ ອາ​ເມ​ລິ​ກາ ແລະ ປະ​ທານ​ປະ​ເທດ ຈີນ​ ມີ​ຄວາມ​ຫວັງ​ຢ່າງຕັ້ງ​ໜ້​າ​ກ່ຽ​ວ​ກັບ​ຂ​ໍ້​ຕົກ​ລົງ​ດ້ານ​ການ​ຄ້າ

(VOVWORLD) - ວັນທີ 22 ພະຈິກ, ການນຳ 2 ປະເທດ ອາເມລິກາ ແລະ ຈີນ ພ້ອມກັນເນັ້ນໜັກເຖິງຄວາມຫວັງຢາກລົງນາມໃນຂໍ້ຕົກລົງດ້ານການຄ້າເບື້ອງຕົ້ນ ແລະ ແກ້ໄຂຂໍ້ຂັດແຍ່ງທີ່ອາດຈະໄປເຖິງສົງຄາມພາສີທີ່ແກ່ຍາວມາເປັນເວລາ 16 ເດືອນທີ່ຜ່ານມາ, ເຮັດໃຫ້ການເຕີບໂຕເສດຖະກິດທົ່ວໂລກຖືກຫຼຸດລົງ.

ປະ​ທາ​ນາ​ທິບ​ໍ​ດີ ອາ​ເມ​ລິ​ກາ ແລະ ປະ​ທານ​ປະ​ເທດ ຈີນ​ ມີ​ຄວາມ​ຫວັງ​ຢ່າງຕັ້ງ​ໜ້​າ​ກ່ຽ​ວ​ກັບ​ຂ​ໍ້​ຕົກ​ລົງ​ດ້ານ​ການ​ຄ້າ - ảnh 1ທ່ານ ປະທານາທິບໍດີອາເມລິກາ Donald Trump  ແລະ ທ່ານ ປະທານປະເທດຈີນ ສີຈິ້ນຜິງ

(ພາບ:Bloomberg/CNBC) 

ໃນການສະແດງຄວາມຄິດເຫັນເຫັນກ່ຽວກັບບັນດາຄວາມເຄັ່ງຕຶງດ້ານການຄ້າກັບ ວໍຊິງຕັນ, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ຖືວ່າ ປັກກິ່ງ ປາດຖະໜາຢາກບັນລຸໄດ້ຂໍ້ຕົກລົງດ້ານການຄ້າຊົ່ວຄາວ ຫຼື “ໄລຍະທີ່ໜຶ່ງ”, ແຕ່ຈະບໍ່ຢ້ານຖືກໂຕ້ຕອບເມື່ອຈຳເປັນ. ຖະແຫຼງການດັ່ງກ່າວໂດຍທ່ານ ປະທານປະເທດຈີນຍົກອອກທີ່ເວທີປາໄສເສດຖະກິດໃໝ່ ໂດຍກຸ່ມບໍລິສັດ Bloomberg LP ຈັດຕັ້ງ ຢູ່ນະຄອນຫຼວງ ປັກກິ່ງ.

        ຫຼັງຈາກນັ້ນ 2 - 3 ຊົ່ວໂມງ, ທ່ານ ປະທານາທິບໍດີອາເມລິກາ Donald Trump  ກໍ່ເວົ້າວ່າ ຂໍ້ຕົກລົງດ້ານການຄ້າກັບ ອາດຈະບັນລຸໄດ້ ໃນໄວໆນີ້.

ຕອບກັບ

ຂ່າວ/ບົດ​ອື່ນ