ປະທານາທິບໍດີ ເວເນຊູເອລາ ປະຕິເສດຄໍາຂາດຂອງບັນດາປະເທດ ເອີຣົບ

(VOVWORLD) -ແອັດສປາຍ, ຝລັ່ງ, ເຢຍລະມັນ, ອັງກິດ, ໂຮນລັງ, ປອກຕຸຍການ ແລະ ໂອຕາລິດ ໄດ້ຮັບຄໍາຂາດ ໂດຍຮຽກຮ້ອງທ່ານ Nicolas Maduro ຈັດຕັ້ງການປ່ອນບັດເລືອກຕັ້ງໂດຍໄວ

ວັນທີ 03 ກຸມພາ, ທ່ານປະທານາທິບໍດີ ເວເນຊູເອລາ Nicolas Maduro ປະຕິເສດຄໍາຮຽກຮ້ອງຂອງບັນດາປະເທດສະຫະພາບເອີຣົບ (ອີຢູ) ກ່ຽວກັບເລື່ອງ ຈັດຕັ້ງການເລືອກຕັ້ງປະທານາທິບໍດີໂດຍໄວ, ພາຍຫຼັງການນໍາຝ່າຍຄ້ານ, ທ່ານ Joan Guaido    ອ້າງຊື່ເອງວ່າ ເປັນປະທານາທິບໍດີຊົ່ວຄາວ. ທ່ານປະທານາທິບໍດີ Nicolas Maduro ເນັ້ນໜັກວ່າ ທ່ານຈະບໍ່ຍອມຈໍານົນ ຕໍ່ໜ້າກໍາລັງດັນ ຂອງບຸກຄົນທີ່ຮຽກຮ້ອງທ່ານລາອອກຈາກຕໍາແໜ່ງ.

        ກ່ອນໜ້ານັ້ນ, ແອັດສປາຍ, ຝລັ່ງ, ເຢຍລະມັນ, ອັງກິດ, ໂຮນລັງ, ປອກຕຸຍການ ແລະ ໂອຕາລິດ ໄດ້ຮັບຄໍາຂາດ ໂດຍຮຽກຮ້ອງທ່ານ Nicolas Maduro ຈັດຕັ້ງການປ່ອນບັດເລືອກຕັ້ງໂດຍໄວ, ຖ້າບໍ່ດັ່ງນັ້ນ ເຂົາເຈົ້າຈະຮັບຮອງເອົາທ່ານ Joan Guaido   ເປັນປະທານາທິບໍດີທີ່ຖືກຕ້ອງຕາມກົດໝາຍຂອງ ເວເນຊູເອລາ.


ຕອບກັບ

ຂ່າວ/ບົດ​ອື່ນ