ປະທານາທິບໍດີ ແຊກເບຍ ໃຫ້ຄຳໝັ້ນສັນຍາປົກປັກຮັກສາອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ

ປະທານາທິບໍດີ ແຊກເບຍ ໃຫ້ຄຳໝັ້ນສັນຍາປົກປັກຮັກສາອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ - ảnh 1
ທ່ານປະທານາທິບໍດີ​ຫາ​ກໍ​ໄດ້​ຮັບ​ການ​​ເລ​ືອກຕັ້ງ​ຂອງ ​ແຊກ​ເບຍ Tomislav Nikolic
(ພາບ: Reuters)

(vovworld) - ວັນ​ທີ 31/5, ທ່ານປະທານາທິບໍດີ​ຫາ​ກໍ​ໄດ້​ຮັບ​ການ​​ເລ​ືອກຕັ້ງ​ຂອງ ​ແຊກ​ເບຍ Tomislav Nikolic ​ໄດ້​ສະບາ​ນຕົວ​ຮັບ​ດຳລົງ​ຕຳ​ແໜ່​ງ ອາຍຸ​ການ 5 ປີ​ຢ່າງ​ເປັນ​ທາງ​ການ​ພາຍຫຼັງ​ທີ່​ສະບາ​ນຕົວ​ຢູ່ສະພາ​ແຫ່ງ​ຊາດ. ​ໃນ​ຄຳ​ສະບາ​ນຕົວ, ທ່ານ Nikolic ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ​ຈະ​ມານະ​ພະຍາຍາມ​ປົກ​ປັກ​ຮັກສາ​ອະທິປະ​ໄຕ ​ແລະ ຜືນ​ແຜ່​ນດິນ​ອັນ​ຄົບ​ຖ້ວນ​ຂອງ ສ. ​ແຊກ​ເບຍ, ​ລວມມີ Kosovo ຄື​ສ່ວນ​ໜຶ່ງ​ບໍ່​ອາດ​ຕັດ​ແຍກ​ອອກ​ຈາກປະ​ເທ​ດ​ໄດ້. ທ່ານ Nikolic ຖະ​ແຫຼ​ງວ່າ: ​ແຊກ​ເບຍ ຈະ​ເຂົ້າ​ຮ່ວມ​ສະຫະພາບ ​ເອີ​ລົບ ບົນ​ພື້ນຖານ​ປົກ​ປັກ​ຮັກສາອະທິປະ​ໄຕ ​ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ຕົນ. ທ່ານ​ປະທານາທິບ​ໍດີ ຄົນ​ໃໝ່ Nikolic ກໍ​ຢືນຢັນ​ວ່າ: ທ່ານ​ມີ​​ແຜ​ນນະ​ໂຍບາຍ​ສ້າງສາ​ປະ​ເທດ ​ແຊກ​ເບຍ ​ເປັນ​ປະ​ເທດອຳນາດ​ນິຕິ​ບັນ​ຍັດ, ປະຊາທິປະ​ໄຕ ​ແລະ ຍຸ​ຕິ​ທຳ, ຜ່ານ​ຜ່າ​ວິ​ກິດ​ການ​​ສຳ​ເລັດ​ຜົນ, ຕ້ານ​ການສໍ້​ລາດ​ບັງ​ຫຼວງ​ຢ່າງ​ມີ​ປະສິດທິ​ຜົນ, ພັດທະນາ​ປະ​ເທດ​​ໃຫ້​ຈະ​ເລີ​ນຮຸ່ງ​ເຮືອງ ​ເພື່ອ​​ເຮັດ​ໃຫ້​ປະຊາຊົນ​ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຕໍ່​ອຳນາດ​ການ​ປົກຄອງ ​ແລະ ບໍ່​ຕ້ອງ​ເປັນ​ຫ່ວງ​ເປັນ​​​ໃຍ​ຕໍ່​ອະນາຄົດຂອງ​ປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ