ປະທານາທິບໍດີ ໂອຕາລິດ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

ປະທານາທິບໍດີ ໂອຕາລິດ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ - ảnh 1

ນະຄອນ​ວຽນ ປະ​ເທດ​ໂອ​ຕາ​ລິດ

(ພາບ:tourchauau.com)

( vovworld ) –  ວັນ​ທີ 29/5, ປະທານາທິບໍ​ດີ​ ສາທາລະນະ​ລັດ​ໂອ​ຕາ​ລິດ Heinz Fischer ​ໄດ້​​ເດີນທາງມາ​ຮອດ​ຮ່າ​ໂນ້ຍ, ​ເລີ່​ມຕົ້ນການ​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ​ຕາມ​ຄຳ​ເຊີນ​ຂອງ​ປະທານ​ປະ​ເທດ​ຫວຽດນາມ Truong Tan Sang ​ແຕ່​ວັນ​ທີ 29-31/5/2012. ການ​ຢ້ຽມຢາມຄັ້ງນີ້​​ແມ່ນ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ ​ແລະ ​ການ​ຮ່ວມ​ມື​ຫຼາຍ​ດ້ານ​ລະຫວ່າງ​ຫວຽດນາມ-​ໂອ​ຕາ​ລິດ, ​​ເນື່ອງໃນ​ໂອກາດສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງຕັ້ງສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ສອງ​ປະ​ເທດ (1/12/1972-1/12/2012). ​ໃນ​ໄລຍະ​ຢູ່​ຢ້ຽມຢາມ​ຫວຽດນາມ, ​ປະທານາທິບໍ​ດີ​​ໂອ​ຕາ​ລິດ ​ຈະ​ມີ​ການ​​ເຈລະຈາ​ກັບປະທານ​ປະ​ເທດ​ຫວຽດນາມ Truong Tan Sang, ພົບ​ປະ​ກັບ​ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung, ປະທານ​ສະພາ​ແຫ່ງ​ຊາດ Nguyen Sinh Hung ​ແລະ ​ເຂົ້າຢ້ຽມ​ຂ່ຳນັບ​ທ່ານ​ເລຂາທິການ​ໃຫ່ຍຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ ຫວຽດນາມ Nguyen Phu Trong. ຄາດ​ວ່າ, ປະທານາທິບໍ​ດີ​ສາທາລະນະ​ລັດ​ໂອ​ຕາ​ລິດ Heinz Fischer ຈະ​ເຂົ້າຮ່ວມ​ເວທີ​ປາ​ໄສ​ວິ​ສາ​ຫະກິດຫວຽດນາມ-​ໂອ​ຕາ​ລິດ ​ແລະ ​​ເວທີ​ປາ​ໄສ​ວິທະຍາສາດ-​ການ​ສຶກສາ ຫວຽດນາມ. ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຫຼາຍ​ດ້ານ​ລະຫວ່າງ ຫວຽດນາມ-​ໂອ​ຕາ​ລິດ ພວມ​​ໄດ້​ຮັບ​ການພັດທະນາ​ຢ່າງ​ຕັ້ງໜ້າ​ໃນ​ບັນດາ​ຂົງ​ເຂດ​ການ​ເມືອງ, ​ເສດຖະກິດ, ການ​ຄ້າ. ປີ 2011, ວົງ​ເງິນ​ການ​ຄ້າ​ສອງ​ສົ້ນບັນລຸ​​ເກືອບ 630 ລ້ານ​ໂດ​ລາ​ສະຫະລັດ ​ແລະ ​ໂອ​ຕາ​ລິດ​ມີ 19 ​ໂຄງການ​ພວມ​ລົງທຶນ​ເຂົ້າ ຫວຽດນາມ ດ້ວຍຍອດ​ຈຳນວນ​ທຶນ​ກ່ວາ 50 ລ້ານ​ໂດ​ລາ​ສະຫະລັດ, ຢືນ​ອັນ​ດັບ​ທີ  51 ​ໃນ​ຈຳນວນ​ທັງໝົດ 94 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນລົງທຶນ​ເຂົ້າຫວຽດນາມ. ສອງ​ປະ​ເທດ​ຖື​ການ​ຊຸກຍູ້​ການພົວພັນ​ໃນ​ບັນດາ​ຂົງ​ເຂດ​ວັດທະນະທຳ, ການ​ສຶກສາ ​ແລະ ການທ່ອງທ່ຽວ​ເປັນ​ສຳຄັນ.

   ໜັງສືພິມທີ່​ສຳຄັນຕ່າງໆຂອງ ຫວຽດນາມ ສະບັບ​ອອກ​ໃນ​ວັນ​ທີ 29/5 ລ້ວນ​ແຕ່​ໄດ້​ລົງ​ພິມ​ບົດ​ນຳ, ຂ່າວ ​ແລະ ຮູບ​ພາບ, ​ເນື່ອງ​ໃນ​ໂອກາດ​ການ​ຢ້ຽມຢາມ ຫວຽດນາມ ຂອງ​​ປະທານາທິບໍ​ດີ​ໂອ​ຕາ​ລິດ. ບົດ​ນຳ​ທີ່ລົງ​ພິມ​ໃນ​ໜັງ​ສຶພິມ​ກອງທັບ​ປະຊາຊົນ ຫວຽດນາມໄດ້​ຢືນຢັນ​ວ່າ, ການ​ຢ້ຽມຢາມ​ຫວຽດນາມ ຂອງ ​ປະທານາທິບໍ​ດີ​ ​ໂອ​ຕາ​ລິດ ​ແມ່ນ​ຂີດ​ໝາຍ​ສຳຄັນ​ໃນ​ການ​ພົວພັນ​ລະຫວ່າງ ຫວຽດນາມ-​ໂອ​ຕາ​ລິດ.

ຂ່າວ/ບົດ​ອື່ນ