ປະທານາທິບໍດີB.Obamaຮຽກຮ້ອງຜູ້ມີສິດເລືອກຕັ້ງໄປປ່ອນບັດໃຫ້ແກ່ທ່ານນາງH.Clinton

ປະທານາທິບໍດີB.Obamaຮຽກຮ້ອງຜູ້ມີສິດເລືອກຕັ້ງໄປປ່ອນບັດໃຫ້ແກ່ທ່ານນາງH.Clinton - ảnh 1
​ທ່ານ​ນາງ Hilariry Clinton
ພາບ:New York Times

(vovworld)- ວັນ​ທີ 28/9, ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ B.Obama ເລັ່ງ​ລັດ​ຜູ້​ມີ​ສິດ​ເລືອກ​ຕັ້ງ ອາ​ເມ​ລິ​ກາ ໄປ​ປ່ອນ​ບັດ​ ແລະ ເລືອກ​ຕັ້ງ​ໃຫ້​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ຂອງ​ພັກ​ປະ​ຊາ​ທິ​ປະ​ໄຕ​ຂອງ​ທ່ານ​ນາງ Hilariry Clinton ໃນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ຈະ​ດຳ​ເນີນ​ໄປ​ໃນ​ວັນ​ທີ 8/11 ຈະ​ມາ​ເຖິງ, ພ້ອມ​ທັງ​ຖື​ວ່າ ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ຂອງ​ພັກ​ສາ​ທາ​ລະ​ນະຂອງ​ທ່ານ Donal Trump ບໍ່​ມີ​ຄຸນ​ນະ​ທາດ​ພຽງ​ພໍ ເພື່ອ​ກາຍ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ ທີ 45 ຂອງອາ​ເມ​ລິ​ກາ. ກ່າວ​ຄຳ​ເຫັນ​ໃນ​ການ​ຕອບ​ສຳ​ພາດ, ປະ​ທາ​ນາ​ທິບ​ໍ​ດີ ອາ​ເມ​ລິ​ກາ B.Obama ເວົ້າ​ວ່າ: “ຖ້າ​ຫາກ​ຜູ້​ມີ​ສິດ​ເລືອກ​ຕັ້ງບໍ່​ໄປ​ປ່ອນ​ບັດ, ນັ້ນ​ຈະແມ່ນ​ບັດ​ເລືອກ​ຕັ້ງ​ສະ​ຫງວນ​ໃຫ້​ແກ່​ທ່ານ Trump. ຖ້າ​ພວກ​ເພື່ອນ​ປ່ອນ​ບັດ​ໃຫ້​ແກ່​ຜູ້​ສະ​ຫມັກ​ຮັບ​ເລືອກ​ຕັ້ງ​ຂອງ​ພັກ​ທີ 3 ທີ່ບໍ່​ມີ​ກາ​ລະ​ໂອ​ກາດ​ຍາດ​ໄຊ​ຊະ​ນະ, ນັ້ນ​ກໍ​ແມ່ນ​ບັດ​ເລືອກ​ຕັ້ງ​ສະ​ຫງວນ​ໃຫ້​ແກ່​ທ່ານ Trump”. ປະ​ທ​າ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ B. Obama ຮຽກ​ຮ້ອງ​ບັນ​ດາ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ສະ​ຫນັບ​ສະ​ຫນູນ​ທ່ານ​ໃນ​ການ​ເລືອກ​ຕັ້ງ​ເມື່ອ​ປີ 2008 ແລະ ປີ 2012 ຈົ່ງ​ປ່ອນ​ບັດ​ສະ​ຫນັບ​ສະ​ຫນູນ​ທ່ານ​ນາງ Clinton ແລະ ເນັ້ນ​ຫນັກ​ວ່າ: ທ່ານ Donald Trump ບໍ່​ມີ​ຄຸນ​ນະ​ທາດ​ພຽງ​ພໍ ແລະ ບໍ່​ກຳ​ໄດ້​ສິ່ງ​ທີ່​ເປັນ​ພື້ນ​ຖານຊື່ງ​ຜູ້​ດຳ​ລົງ​ຕຳ​ແຫນ່ງ​ປະ​ທາ​ນາ​ທິ​ບໍ​ດີ​ຕ້ອງ​ມີ. ປະ​ທາ​ນາ​ທິ​ບໍ​ດີ Obam ຍົກ​ອອ​ກ​ຄຳ​ຮຽກ​ຮ້ອງ​ດັ່ງ​ກ່າວ ພາຍ​ຫລັງ 2 ມື້​ທີ່​ທ່ານ​ນາງ Clinton ແລະ ທ່ານ Trump ດຳ​ເນີນ​ການ​ໂຕ້​ວາ​ທີ​ໂດຍ​ກົງ​ເປັນ​ຄັ້ງ​ທຳ​ອິດ​ຢູ່ ນິວຢອກ. 


ຕອບກັບ

ຂ່າວ/ບົດ​ອື່ນ