ປະທານາທິບໍດີYemenຍຸບເລີກຄະນະລັດຖະບານ

ປະທານາທິບໍດີYemenຍຸບເລີກຄະນະລັດຖະບານ - ảnh 1
ປະທານາທິບໍດີ Yemen ທ່ານ​ Mansur Hadi
(ພາບ: Reuters)

(vovworld) – ວັນ​ທີ 2/9, ປະທານາທິບໍດີ Yemen ທ່ານ​ Mansur Hadi ຖະ​ແຫຼ​ງຍຸບ​ເລີກ​ຄະນະ​ລັດຖະບານ ​ແລະ ປົດຕຳ​ແໜ່​ງນາຍົກລັດຖະມົນຕີປະ​ເທດ​ນີ້. ຂໍ້​ຕົກລົງ​ນີ້​ໄດ້​ຍົກ​ອອກ​ມາ​ພາຍຫຼັງ​ກອງ​ປະຊຸມ​ຂອງ​ທ່ານ​ປະທານາທິບໍດີ ກັບ​ລັດຖະບານ (ປະຈຸ​ບັນ​ໄດ້​ໝົດ​ອາຍຸ​ການ) ​ແລະ ຜູ້ຕາງໜ້າ​ຂອງ​ພັກ​ກ​ານ​ເມືອງ​ຕ່າງໆ. ສຳນັກ​ຂ່າວສານ​ແຫ່ງ​ຊາດ Saba ​ໄດ້​ໃຫ້​ຂ່າ​ວວ່າ: ທ່ານ Hadi ຈະ​ແຕ່ງ​ຕັ້ງ​ນາຍົກລັດຖະມົນຕີຄົນ​ໃໝ່​ໃນ​ຮອບ​ເວ​ລາ 1 ອາທິດ, ມຸ່ງ​ໄປ​ເຖິງ​ການ​ສ້າງ​ຕັ້ງ​ລັດຖະບານ “​ເອກະ​ພາບ”, ​ໃນ​ນັ້ນ​ລວມມີ​ທັງ​ຜູ້​ຕາງໜ້າ​ກຳລັງ​ລຸກ​ຮື້​ຂຶ້ນ​ກັບ​ຊາວ Shiite Houthi ​ແລະ ສະມາຊິກ​ຂະ​ບວນການ​ແຍກ​ຕົວ​ຢູ່​ພາກ​ໃຕ້ Yemen. ບັນດາ​ຕຳ​ແໜ່​ງລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ, ກະຊວງ​ພາຍ​ໃນ, ກະຊວງ​ການ​ຕ່າງປະ​ເທດ ​ແລະ ການ​ເງິນ ​ໃນ​ລັດຖະບານ​ໃໝ່​ຈະ​​ໂດຍ​ປະທານາທິບໍດີ ​ແຕ່ງ​ຕັ້ງ, ບັນດາ​ຕຳ​ແໜ່​ງລັດຖະມົນຕີ​ອື່ນ​ຈະ​ໂດ​ຍພັກ​ຝ່າຍ​ອື່ນໆ​​ແຕ່ງ​ຕັ້ງ. ນອກຈາກ​ນັ້ນ, ທ່ານ​ປະທານາທິບໍດີ Hadi ກໍ່​ໄດ້​ຕອບ​ສະໜອງ​ຄຳ​ຮຽກຮ້ອງ​ອື່ນໆ​ຂອງ​ກຸ່ມ Houthi ​ເມື່ອ​ລົບ​ລ້າງ​ການ​ໜູນ​ຊ່ວຍ​ນ້ຳມັນ​ເຊື້ອ​ເພີ​ງ, ຕາມ​ນັ້ນ​ແລ້ວ, ລາຄາ​ນ້ຳມັນ ​ແລະ ລາຄາ​ກະ​ຊວນ​ຈະ​ຫລຸ​ດຜ່ອນ​ປະມານ 30%.


ຂ່າວ/ບົດ​ອື່ນ