ປະທານາທິບໍດີຄົນໃໝ່ Vladimir Putin ແຕ່ງຕັ້ງນາຍົກລັດຖະມົນຕີຊົ່ວຄາວ

ປະທານາທິບໍດີຄົນໃໝ່ Vladimir Putin ແຕ່ງຕັ້ງນາຍົກລັດຖະມົນຕີຊົ່ວຄາວ - ảnh 1
ທ່ານ Dmitry Medvedev ແລະ ທ່ານ Vladimir Putin
(ພາບ: ອີນເຕີເນັດ)

(vovworld) – ​​ວັນ​ທີ 7/5, Duma ​ແຫ່ງ​ຊາດ​ລັດ​ເຊຍ (ຫຼື​ສະພາ​ຕ່ຳ​ລັດ​ເຊຍ) ​ໄດ້​ຈັດ​ກອງ​ປະຊຸມ​ວິສາມັນ​ເພື່ອ​ພິຈາລະນາ​ເລື່ອງ​ທ່ານ Dmitry Medvedev ຮັກສາ​ຕຳ​ແໜ່​ງ​ເປັນ​ນາຍົກລັດຖະມົນຕີຕາມຄຳສະ​ເໜີ​ຂອງ​ທ່ານ​ປະທານາ​ທິຄົນ​ໃໝ່​ລັດ​ເຊຍ Vladimir Putin. ຕາມ​ລັດຖະທຳ​ມະນູນ​ລັດ​ເຊຍ​ແລ້ວ, Duma ​ແຫ່ງ​ຊາດ​ລັດ​ເຊຍ ມີ​ເວລາ 1 ອາທິດ​ເພື່ອ​ພິຈາລະນາ​ຮັບຮອງ​ເອົາ​ຄຳ​ສະ​ເໜີ​ນີ້. ​ເພື່ອ​ກາຍ​ເປັນ​ນາຍົກ​ລັດຖະມົນຕີ​ຢ່າງ​ເປັນ​ທາງ​ການ, ທ່ານ Medvedev ຕ້ອງ​ໄດ້​ຮັບ​ການ​ສະໜັບສະໜູນ​ຢ່າງ​ໜ້ອຍສຸດ​ແມ່ນ​ຂອງ​ສະມາຊິກສະພາ​ແຫ່ງ​ຊາດ 226 ທ່ານ ​ໃນ​ຈຳນວນ 450 ທ່ານ. ປະຈຸ​ບັນ, ການ​ນຳ​ຂອງ​ພັກ​ຝ່າຍ​ຈຳນວນ​ໜຶ່ງ​ໃນ Duma ​ແຫ່ງ​ຊາດ ຄື: ພັກ​ປະ​ເທດ​ລັດ​ເຊຍ​ເອກະ​ພາບ ດ້ວຍ 238 ທີ່​ນັ່ງ ​ແລະ ພັກ​ປະຊາທິປະ​ໄຕ - ​​ເສລີພາບ ດ້ວຍ 56 ທີ່​ນັ່ງ ​ໄດ້​ປະກາດສະໜັບສະໜູນ​ທ່ານ Medvedev. ກ່ອນ​ໜ້າ​ນັ້ນ, ວັນ​ທີ 7/5, ພາຍຫຼັງ​ທີ່​ທ່ານ Putin ສະບາ​ນຕົວ​​ຮັບ​ຕຳ​ແໜ່ງ, ສະມາຊິກ​ລັດຖະບານ​ລັດ​ເຊຍ​ທັງ​ໝົດໄດ້​ລາ​ອອກ​ຈາກ​ຕຳ​ແໜ່​ງ, ພ້ອມກັນ​ນັ້ນ, ທ່ານ​ປະທານາທິບໍດີ ຄົນ​ໃໝ່ Putin ​ໄດ້​ບົ່ງ​ຕົວ​ທ່ານ​ຮອງ​ນາຍົກລັດຖະມົນຕີຜູ້ທີ່​ໜຶ່ງ Viktor Zubkov ​ເປັນ​ຜູ້​ວ່າການ​ແທນ​ນາຍົກລັດຖະມົນຕີ.

ຂ່າວ/ບົດ​ອື່ນ