ປະທານາທິບໍດີຊູດັງໃຕ້ແລະຝ່າຍຄ້ານເຫັນດີສ້າງຕັ້ງລັດຖະບານສາມັກຄີ

(VOVWORLD) -ທ່ານປະທານາທິບໍດີ Salva Kiir ໄດ້ຢັ້ງຢືນຂໍ້ມູນຂ່າວດັ່ງກ່າວ, ພ້ອມທັງຢືນຢັນວ່າ ບັນດາການປ່ຽນແປງດັ່ງກ່າວຈະ “ນຳເອົາສັນຕິພາບມາໃຫ້”.

ປະທານາທິບໍດີຊູດັງໃຕ້ແລະຝ່າຍຄ້ານເຫັນດີສ້າງຕັ້ງລັດຖະບານສາມັກຄີ - ảnh 1 ທ່ານປະທານາທິບໍດີຊູດັງໃຕ້ Salva Kiir

(ພາບ: AFP/TTXVN)

ວັນທີ 20 ກຸມພາ, ທ່ານປະທານາທິບໍດີຊູດັງໃຕ້ Salva Kiir ແລະ ຫົວໜ້າຝ່າຍຄ້ານ Riek Machar ໄດ້ເຫັນດີນຳກັນສ້າງຕັ້ງລັດຖະບານສາມັກຄີ ຊ່ວຍຢຸດຕິສົງຄາມການເມືອງທີ່ແກ່ຍາວເປັນເວລາ 6 ປີຜ່ານມາຢູ່ປະເທດນີ້. ກ່າວຄຳເຫັນພາຍຫຼັງການພົບປະຢູ່ນະຄອນຫຼວງ Juba, ທ່ານປະທານາທິບໍດີ Salva Kiir ໄດ້ຢັ້ງຢືນຂໍ້ມູນຂ່າວດັ່ງກ່າວ, ພ້ອມທັງຢືນຢັນວ່າ ບັນດາການປ່ຽນແປງດັ່ງກ່າວຈະ “ນຳເອົາສັນຕິພາບມາໃຫ້”.

          ສ່ວນຫົວໜ້າຝ່າຍຄ້ານ Riek Machar ກໍ່ຢັ້ງຢືນວ່າ 2 ຝ່າຍຈະສ້າງຕັ້ງລັດຖະບານໃໝ່ໃນວັນທີ 22 ກຸມພາ ແລະ ປະຈຸບັນພວມປຶກສາຫາລືບັນດາບັນຫາອື່ນໆ.

ຕອບກັບ

ຂ່າວ/ບົດ​ອື່ນ