ປະທານາທິບໍດີຊີຣີສະເໜີຂໍ້ລິເລີ່ມ 3 ໄລຍະ

ປະທານາທິບໍດີຊີຣີສະເໜີຂໍ້ລິເລີ່ມ 3 ໄລຍະ - ảnh 1

ປະທານາທິບໍ​ດີ​ຊີຣີ Bashar Al Assad

(ພາບ:giaoduc.net.vn)

(vovworld): ວັນ​ທີ 6/1, ປະທານາທິບໍ​ດີ​ຊີຣີ Bashar Al Assad ​​ໄດ້​ອ່ານ​ສູນ​ທອນ​ພົດ​ທາງ​ໂທລະພາບ ສະ​ເໜີ​ຂໍ້​ລິ​​ເລີ່​ມຮຽກຮ້ອງ​ໃຫ້​ປະຊາຊົນ​ຊີຣີ ຈົ່ງ​ສາມັກຄີ​ກັນ​ເພື່ອ​ຜ່ານ​ຜ່າ​ວິ​ກິດ​ການ​ດ້ວຍ​ຄວາມ​ຫວັງ​ຈະ​ສາມາດ​ແກ້​ໄຂ​ບັນຫາ​​ໃນປະຈຸ​ບັນ​ຂອງ​ຊີຣີ ​ໄດ້. ຂໍ້​ລິ​ເລີ່​ມລວມມີ 3 ​ໄລຍະ: ຄຳສັ່ງຢຸດ​ຍິງ, ການ​ເຈລະຈາ​ແຫ່ງ​ຊາດ​ຮອບດ້ານ ​ແລະ ການ​ສ້າງ​ລັດຖະບານ, ສະພາ​ແຫ່ງ​ຊາດ​ເປີດ​ກ້ວາງ. ອຳນາດ​ການ​ປົກຄອງ​ຈະ​ປະກາດ​ລາຍ​ລະອຽດ​ກ່ຽວ​ກັບ​ແຜນ​ການ​ນີ້​ໂດຍ​ໄວ ພ້ອມ​ທັງ​ຮຽກຮ້ອງ​ໃຫ້​ປະ​ເທດ​ຕ່າງໆ​ຈົ່ງ​ຢຸດ​ການ​ໜູນ​ຊ່ວຍ​ກຳລັງ​ປະກອບ​ອາວຸດ​ໃຫ້​ແກ່​ຝ່າຍ​ຄ້ານ. ຕາມ

 ປະທານາທິບໍ​ດີ​ຊີຣີ, ອຳນາດ​ການ​ປົກຄອງ​ຈະ​ຮຽກ​ໂຮມ​ຈັດ​ກອງ​ປະຊຸມ​ເຈລະຈາ​ແຫ່ງ​ຊາດ​ກັບຝ່າຍ​ຄ້ານ​ຢູ່​ພາຍ​ໃນ ​ແລະ ນອກ​ຊີຣີ. ຫຼັງ​ຈາກ​ນັ້ນ, ຈະ​ດຳ​ເນີນການ​ເລືອກ​ຕັ້ງສະພາ​ແຫ່ງ​ຊາດ​ຊຸດໃໝ່​, ຕໍ່​ຈາກ​ນັ້ນ​ແມ່ນ​ການ​ສ້າງຕັ້ງລັດຖະບານ​ໃໝ່.

 

ຂ່າວ/ບົດ​ອື່ນ