ປະທານາທິບໍດີຊີຮີ Bashar-Assad ຢືນຢັນ ບໍ່ລາອອກຈາກຕຳແໜ່ງ

ປະທານາທິບໍດີຊີຮີ Bashar-Assad ຢືນຢັນ ບໍ່ລາອອກຈາກຕຳແໜ່ງ - ảnh 1
(ທ່ານປະທານາທິບໍດີ​ຊີ​ຮີ Bashar-Assad)

(vovworld) – ​​ເມື່ອ​ຕອບ ສຳພາດ​ໜັງສືພິມ “Clarin” ຂອງ​ອັກ​ຊັງ​ຕີນ, ປະທານາທິບໍດີ​ຊີ​ຮີ Bashar-Assad ​ໄດ້​ຢືນຢັນ​ອີກ​ເທື່ອ​ໜຶ່ງວ່າ​ທ່ານ​ຈະ​ບໍ່​ລາ​ອອກ​ຈາກ​ຕຳ​ແໜ່​ງກ່ອນ​ທີ່​ຈະ​ສິ້ນ​ສຸດ​ອາຍຸ​ການ​ໃນ​ປີ 2014. ທ່ານ​ເວົ້າ​ວ່າ “ລາ​ອອກ​ຈາກ​ຕຳ​ແໜ່​ງ​ແມ່ນ​ການ​ຫຼົບໜີ“, ຊາວ​ຊີ​ຮີ ຈະ​ແມ່ນ​ຜູ້​ຕັດສິນ​ຜູ້​ໃດ​ກຳ​ອຳນາດ​ໃນ​ການ​ເລືອກ​ຕັ້ງ​ປະທານາ​ທິບໍດີ​ໃນ​ປີ 2014. ນອກ​ນັ້ນ, ປະທານາທິບໍດີ​ຊີ​ຮີ Bashar-Assad ຍັງ​ຊົມ​ເຊີຍ​ຂໍ້​ລິ​ເລີ່​ມຂອງ​ລັດ​ເຊຍ ​ແລະ ອາ​ເມ​ລິ​ກາ ກ່ຽວ​ກັບ​ການ​ຈັດ​ກອງ​ປະຊຸມ​ສາກົນ ​ເພື່ອ​ແນ​ໃສ່​ຊອກ​ຫາ​ມາດ​ຕະການ​ຢຸດຕິ​ວິ​ກິດ​ການ​ນອງ​ເລືອດ​ທີ່​ແກ່ຍາວ​ມາ​ເປັນ​ເວລາ​ເກືອບ 2 ປີຜ່ານມາ​ຢູ່​ປະ​ເທດ​ຕາ​ເວັນ​ອອກ​ກາງ​ນີ້. ​ແຕ່​ທ່ານ​ຍັງ​ສະ​ແດງ​ຄວາມ​ສົງ​ໃສ​ວ່າ ບັນດາ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ​ຢາກ​ຊອກ​ຫາ​ມາດ​ຕະການ​ແກ້​ໄຂສະພາບ​ວິ​ກິດ​ການ​ຢູ່​ຊີ​ຮີ ​ແທ້​ຫຼື​ບໍ່.

ຂ່າວ/ບົດ​ອື່ນ