ປະທານາທິບໍດີບັງກຼາເທດສິ້ນສຸດການຢ້ຽມຢາມທາງລັດຖະກິດເຖິງຫວຽດນາມຢ່າງຈົບງາມ

ປະທານາທິບໍດີບັງກຼາເທດສິ້ນສຸດການຢ້ຽມຢາມທາງລັດຖະກິດເຖິງຫວຽດນາມຢ່າງຈົບງາມ - ảnh 1
(ພາບປະກອບ: TTXVN)

​​(vovworld) – ຕອນ​ທ່ຽງວັນ​ທີ 13/08, ທ່ານ​ປະທານາທິບໍດີ ບັງ​ກຼາ​ເທດ Abdul Hamid ​ແລະ ພັນ​ລະ​ຍາ ​ໄດ້​ເດີ​ນທາງ​ອອກ​ຈາກ​ນະຄອນ​ໂຮ່ຈິ​ມິ​ນ, ສິ້ນ​ສຸດ​ການ​ຢ້ຽມຢາມ​ທາງ​ລັດຖະກິດ​ເຖິງ​ຫວຽດນາມ ຢ່າງ​ຈົບງາມ, ​ໃນ​ລະຫວ່າງ​ວັນ​ທີ 09 – 13/08, ຕາມ​ຄຳ​ເຊີນ​ຂອງ​ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ. ​ໃນ​ໄລຍະຢູ່​ຢ້ຽມຢາມ​ຫວຽດນາມ, ທ່ານ​ປະທານາທິບໍດີ Abdul Hamid ​ໄດ້​ມີ​ການ​ພົບ​ປະ​ເຈລະຈາ​ກັບ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ; ​ເຈລະຈາ​ກັບ​ທ່ານ​​ເລ​ຂາ​ທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ​ນຢຸງ ​ແລະ ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ.

        ທີ່​ການ​ພົບ​ປະ​ເຈລະຈາ​ກັບ​ທ່ານ​ປະທາ​ນປະ​ເທດ ​ເຈືອງ​ເຕີນ​ຊາງ ​ແລະ ທ່ານ​ປະທານາທິບໍດີ Abdul Hamid, 2 ທ່ານ​ໄດ້​ເຫັນ​ດີ​ຍູ້​ແຮງ ​ແລະ ​ເຮັດ​​ໃຫ້​ບັນດາ​ຂົງ​ເຂດ​ຮ່ວມ​ມື​ທີ່​ມີ​ຢູ່​ແລ້ວ​ໃຫ້​ເລິກ​ເຊິ່ງກວ່າ​ອີກ ​ແລະ ​ເປິ​ດກວ້າງ​​ໄປ​ສູ່​ຂົງ​ເຂດ​ອື່ນໆ​​ເຊິ່ງ 2 ຝ່າຍ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​. 2 ຝ່າ​ນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ​; ​ເພີ່ມ​ທະວີ​ບັນດາ​ການ​ເຄື່ອນ​ໄຫວ​ສົ່ງ​ເສີມ​ດ້ານ​ການ​ຄ້າ, ການ​ລົງທຶນ, ສູ້​ສົນ​ນຳ​ວົງ​​ເງິນ​ການ​ຄ້າ 2 ສົ້ນ​ບັນລຸ 1 ຕື້ USD ​ໃນ​ປີ 2016. 2 ຝ່າຍ​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ​ເຄົາລົບ​ບັນດາ​ຫຼັກການ​ພື້ນຖານ​ຂອງ​ກົດໝາຍ​ສາກົນ​ທີ່​ໄດ້​ຮັບ​ການ​ຮັບ​ຮູ້ ​ເພື່ອ​ແກ້​ໄຂ​​ບັນດາ​​ການ​ຂັດ​ແຍ້​ງທັງ​ໝົດ​ດ້ວຍ​ສັນຕິ​ວິທີ ​ແນ​ໃສ່​ຮັບປະກັນ​ຄວາມ​ປອດ​ໄພ ​ແລະ ຄວາມ​ເສລີ​ໃນ​ການ​ເດີນ​ທະ​ເລ.

ຂ່າວ/ບົດ​ອື່ນ