ປະທານາທິບໍດີປາແລັດສຕິນຮຽກຮ້ອງສະຫະປະຊາຊາດປົກປ້ອງພົນລະເມືອງ

ປະທານາທິບໍດີປາແລັດສຕິນຮຽກຮ້ອງສະຫະປະຊາຊາດປົກປ້ອງພົນລະເມືອງ - ảnh 1
ທ່ານ​ປະທາ​ນາ​ທິບໍດີ ​ປາ​ແລັດສຕິນ Mahmoud Abbas
(ພາບ: TTXVN)

(vovworld) – ​​ໃນ​ການ​ພົບ​ປະ​ກັບ​ທ່ານ Ban Ki – moon ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ ຢູ່ Ramallah ​ໃນ​ວັນ​ທີ 21/10, ທ່ານ​ປະທາ​ນາ​ທິບໍດີ ​ປາ​ແລັດສຕິນ Mahmoud Abbas ຮຽກຮ້ອງ​ທ່ານ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດປົກ​ປ້ອງພົນລະ​ເມືອງ ປາ​ແລັດສຕິນ ​ໃນ​ສະພາບ​ການ​ໃຊ້​ຄວາມ​ຮຸ​ນ​ແຮງ​ລະຫວ່າງ​ຊາວ ປາ​ແລັດສຕິນ ກັບຊາວ ອິດສະ​ລາ​ແອນ ຍັງຄົງ​ສືບ​ຕໍ່. ທ່ານ​ປະທານາທິບໍດີ ປາ​ແລັດສຕິນ ຢືນຢັນ​ວ່າ: “ປະຊາຊົນ ປາ​ແລັດສຕິນ, ພິ​ເສດ​ແມ່ນ​ຊາວ​ໜຸ່ມ, ບໍ່​ຢາກ​ມີ​ການ​ໃຊ້ຄວາມ​ຮຸ​ນ​ແຮງ ​ແລະ ບໍ່​ມີ​ໃຜກໍ່ກວນ​ຍຸ​ແຍ່ ຫຼື  ມີຄວາມ​ອາ​ຄາດ”. ທ່ານ Abbas ຮຽກຮ້ອງ​ອີກ​ຄັ້ງ​ໜຶ່ງ​ໃຫ້ “ຢຸດຕິ​ການ​ຢືດຄອງດ້ານ​ການ​ທະຫານ​ໄລຍະ​ຍາວ​ທີ່​ສຸດ​ໃນ​ປະຫວັດສາດ”

        ສ່ວນ​ທ່ານ Ban Ki – moon ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ ຢັ້ງຢືນ​ຄື​ນ​ໃໝ່​ວ່າ: ບັນດາ​ການ​ນຳ ອິດສະ​ລາ​ແອນ ​ແລະ ປາ​ແລັດສຕິນ ຄວນ​ກາຍ​ເປັນ​ຄູ່​ຮ່ວມ​ມື​ຂອງ​ກັນ ​ແລະ ກັນ​ທັງ​ຄຳ​ເວົ້າ ​ແລະ ການ​ກະທຳ​​ ​ແລະ ຕ້ອງ​ຢຸດຕິ​ບັນດາການ​ກະທົບ​ ຕາມລຳພັງ​ຝ່າຍ​ດຽວ​ທີ່ກໍ່​ໃຫ້​ເກີດ​ຄວາມອາ​ຄາດ ​ແລະ ທຳລາຍ​ໂອກາດ​ສັນຕິພາບ ໂດຍ​ໄວ. ທ່ານ Ban Ki – moon ​ເນັ້ນ​ໜັກ​ເຖິງ​ມາດ​ຕະການ ​ 2 ປະ​ເທດ, ພ້ອມ​ທັງ​ຖື​ວ່າ: ປະຊາ​ຄົມ​ສາກົນ​ຄວນສົມທົບ​ກັນ​ຊຸກຍູ້​ຫລັກການ​ນີ້ ​ເພື່ອ​ແນ​ໃສ່​ບັນ​ລຸ​​ໄດ້ມາດ​ຕະການ​ຮອບດ້ານ ​ແລະ ສັນ​ຕິ​ພາບ​​ຕະຫລອດ​ການ.

ຂ່າວ/ບົດ​ອື່ນ