ປະທານາທິບໍດີປາແລດສະຕີນພົບປະກັບຫົວໜ້າHamas

ປະທານາທິບໍດີປາແລດສະຕີນພົບປະກັບຫົວໜ້າHamas - ảnh 1
ທ່ານ​ປະທານາທິບໍດີ ປາ​ແລດ​ສະຕີ​ນ Mahmud Abbas (ເບື້ອງຂວາ)
(ພາບ: AFP)


(vovworld) – ວັນ​ທີ 5/5, ທ່ານ​ປະທານາທິບໍດີ ປາ​ແລດ​ສະຕີ​ນ Mahmud Abbas ​ໄດ້​ມີ​ການ​ພົບ​ປະ​ກັບ​ຫົວໜ້າ​ຂະ​ບວນການອິດສະ​ລາມ Hamas Khaled Meshaal ຢູ່​ນະຄອນຫຼວງ Doha ຂອງ Qatar. ນີ້​ແມ່ນ​ການ​ພົບ​ປະ​ຄັ້ງ​ທຳ​ອິດລະຫວ່າງ​ການ​ນຳ 2 ຂະ​ບວນການ​ປໍ​ລະ​ປັກ​ກັນ​ຢູ່ ປາ​ແລກ​ສະຕີ​ນ ນັບ​ແຕ່​ເມື່ອ 2 ຝ່າຍ​ເຊັນ​ຂໍ້​ຕົກລົງ​ໄກ່​ເກ​ຍ​ໂດຍ​ບັງ​ເອີນ​ໃນ​ເດືອນ​ກ່ອນ. ການ​ພົບ​ປະ​ໄດ້​ດຳ​ເນີນ​ໄປ​ພາຍຫຼັງ​ທ່ານ​ປະທານາທິບໍດີ Abbas ມີ​ການ​ພົບ​ປະ​ກັບ​ພະ​ບາດ​ສົມ​ເດັດ​ພະ​ເຈົ້າ​ມະຫາ​ຊີວິດ Qatar Sheikh Tamim bin Hamad Al – Thani. ທີ່​ການ​ພົບ​ປະ, 2 ຝ່າຍ​ລ້ວນ​ແຕ່​ສະ​ແດງ​ເຈດ​ຕະນາ​ດີ​ເພື່ອ​ພ້ອມ​ກັນ​ບັນລຸ​ໄດ້​ບາດກ້າວ​​ໃໝ່ ​ໂດຍ​ອີງ​ໃສ່​ການ​ພົວພັນ​ຄູ່​ຮ່ວມ​ມື. ການ​ນຳ 2 ຝ່າຍ​ໄດ້​ປຶກສາ​ຫາລື​ບັນດາ​ການ​ຜັນ​​ແປ​ໃໝ່​ມໍ່ໆ​ນີ້​ຢູ່ ປາ​ແລດ​ສະຕີ​ນ, ​ເຊິ່ງລວມມີ​ຂໍ້​ຕົກລົງ​​ໄກ່​ເກ​ຍລະຫວ່າງ 2 ຝ່າຍ Fatah ​ແລະ Hamas ກໍ່​ຄື​ການ​ສ້າງ​ສະພາບ​ແວດ​ລ້ອມ​ທີ່ຕັ້ງໜ້າ​ເພື່ອ​ປະຕິບັດ​ຂໍ້​ຕົກລົງ​ນັ້ນ.

ຂ່າວ/ບົດ​ອື່ນ